• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກ​ລະ​ດົມ​ເດືອນ​ກະ​ທຳ​ເພື່ອນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ​ປີ 2025

ດ້ວຍຫົວຂໍ້ “ການຄ້າມະນຸດແມ່ນອາດຊະຍາກຳທີ່ມີການຈັດຕັ້ງ - ຈົ່ງຢຸດຕິການຂູດຮີດ”, ພິທີປຸກລະດົມແມ່ນໂອກາດເພື່ອຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນກ່ຽວກັບລັກສະນະຄວາມອັນຕະລາຍ, ເລ່ລ່ຽມທີ່ແນບນຽມ ແລະ ຂອບຂະໜາດຂ້າມຊາຍແດນຂອງອາດຊະຍາກຳການຄ້າມະນຸດ.
ພິທີປຸກລະດົມ (ພາບ: VOV)

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນ ເຫວ້, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບສູນກາງ ສະຫະພັນແມ່ຍິງ ຫວຽດນາມ, ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ແລະ ຄະນະກຳມະການປະຊາຊົນນະຄອນ ເຫວ້ ຈັດພິທີປຸກລະດົມເດືອນກະທຳເພື່ອນການປ້ອງກັນ, ຕ້ານການຄ້າມະນຸດປີ 2025; ຕອບສະໜອງວັນໂລກປ້ອງກັນ, ຕ້ານການຄ້າມະນຸດ (ວັນທີ 30 ກໍລະກົດ) ແລະ ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ.

ດ້ວຍຫົວຂໍ້ “ການຄ້າມະນຸດແມ່ນອາດຊະຍາກຳທີ່ມີການຈັດຕັ້ງ - ຈົ່ງຢຸດຕິການຂູດຮີດ”, ພິທີປຸກລະດົມແມ່ນໂອກາດເພື່ອຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນກ່ຽວກັບລັກສະນະຄວາມອັນຕະລາຍ, ເລ່ລ່ຽມທີ່ແນບນຽມ ແລະ ຂອບຂະໜາດຂ້າມຊາຍແດນຂອງອາດຊະຍາກຳການຄ້າມະນຸດ. ກ່າວຄຳເຫັນໃນພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ຫງວຽນຮວ່າບິ່ງ ສະເໜີວ່າ:

“ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ຊຸມຊົນ ແລະ ປະຊາຊົນທຸກຄົນຈົ່ງພ້ອມກັນສາມັກຄີ, ຍົກສູງສະຕິຄວາມຮັບຮູ້, ເປັນເຈົ້າການໃນການກະທຳ, ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານການຄ້າມະນຸດ, ປະກອບສ່ວນສ້າງສັງຄົມທີ່ມີຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນ. ຫວຽດນາມ ຢຶດໝັ້ນຍູ້ຖອຍອາດຊະຍາກຳການຄ້າມະນຸດອອກຈາກຊີວິດ - ສັງຄົມ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top