• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ຊີ​ງ​ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ Make in Viet Nam” ປີ 2024

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ສົມທົບກັບ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບການແຂ່ງຂັນ ລາງວັນ “ຜະລິດຕະພັນເຕັກໂນໂລຢີ Make in Viet Nam” ປີ 2024. ຕາມນັ້ນແລ້ວ, ລາງວັນປີ 2024 ມີ 8 ລາຍການ, ໃນນັ້ນ ມີລາຍການໃໝ່ ຜະລິດຕະພັນດີຈີຕອນໃໝ່ດີເດັ່ນ.
ການຖະແຫຼງຂ່າວກ່ຽວກັບການແຂ່ງຂັນ ລາງວັນ “ຜະລິດຕະພັນເຕັກໂນໂລຢີ Make in Viet Nam” ປີ 2024 (ພາບ: VGP/HM)

ທ່ານ ຫງວຽນແທັງຕວຽນ, ຮອງຫົວໜ້າກົມອຸດສາຫະກຳເຕັກໂນໂລຢີ ຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຖືວ່າ:

“ຜະລິດຕະພັນເຕັກໂນໂລຢີດີຈີຕອນໃໝ່ ແມ່ນລາຍການໃໝ່, ສຳລັບບັນດາເຕັກໂນໂລຢີໃໝ່ຄື  AI (ປັນຍາປະດິດ), Blockchain, ການເຊື່ອມຕໍ່ສັບພະສິ່ງ ຫຼື ເຄິ່ງຊັກນຳໄຟຟ້າ… ອັນນີ້ ກໍມີຄວາມຄ້າຍຄືກັນກັບບັນດາລາງວັນອື່ນໆໃນໂລກ. ໂລກ ກໍມີບັນດາລາງວັນເຊດີຊູຜະລິດຕະພັນໃໝ່, ປີນີ້ ອົງການກຳມະການໄດ້ສະເໜີ ແລະ ໄດ້ຮັບການໃຫ້ສັດຕະຍາບັນໃຫ້ເປີດລາຍການໃໝ່, ນັ້ນແມ່ນເຕັກໂນໂລຢີໃໝ່ດີເດັ່ນ”.

ປະຕູຖານຂໍ້ມູນເອເລັກໂຕນິກ Giaithuong.makeinVietNam.mic.gov.vn ຈະຢຸດຮັບສຳເນົາເອກະສານຈົດທະບຽນໃນວັນທີ 22 ຕຸລາ 2024. ພິທີມອບລາງວັນຈະຈັດຂຶ້ນໃນເດືອນທັນວາຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top