• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2020

ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ ແລະ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນຈຳນວນ 10 ປະເທດປະຕິບັດເປົ້າໝາຍທີ 5 ເປັນຢ່າງດີທີ່ສຸດ .

 ພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2020 (ພາບ:

qdnd.vn)


ວັນທີ 06 ພະຈິກ, ທີ່ກອງບັນຊາການທະຫານເຂດ 3, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດແຫ່ງຊາດ 2020 ດ້ວຍຫົວຂໍ້ວ່າ “ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ”.

        ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ຈຸດພົ້ນເດັ່ນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ ຫວຽດນາມ ແມ່ນການສ້າງກອບກົດໝາຍໃຫ້ສຳເລັດ, ສ້າງເງື່ອນໄຂໃຫ້ແມ່ຍິງມີໂອກາດໄດ້ສຳຜັດ ແລະ ເຂົ້າຮ່ວມການເຄື່ອນໄຫວຊີວິດດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມໃຫ້ຫລາຍກ່ວາອີກ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ ແລະ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນຈຳນວນ 10 ປະເທດປະຕິບັດເປົ້າໝາຍທີ 5 ເປັນຢ່າງດີທີ່ສຸດ ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ເດັກຍິງທຸກຄົນ ໃນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top