• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມບັ້ນຂົນຂວາຍ “ເຮັດໃຫ້ໜ່ວຍໂລກສະອາດກວ່າ” ປີ 2019

ພິທີປຸກລະດົມແຫ່ງຊາດ ແລະ ບັນດາການເຄື່ອນໄຫວຕອບສະໜອງບັ້ນຂົນຂວາຍເຮັດໃຫ້ໂລກສະອາດກວ່າ ປີ 2019 ດ້ວຍຫົວຂໍ້ວ່າ “ກະທໍາຢູ່ທ້ອງຖິ່ນ, ກະທົບໄປທົ່ວໂລກ” ຖືກດໍາເນີນໃນຕອນເຊົ້າວັນທີ 12 ກັນຍາ, ຢູ່ເມືອງໂດ່ເຊີນ, ນະຄອນຫ໋າຍຟ່ອງ. ເຫດການໂດຍກະຊວງຊັບພະຍາກອນ - ສິ່ງແວດລ້ອມ ຫວຽດນາມ ສົມທົບກັບ ສະຫະພັນແມ່ຍິງຫວຽດນາມ ຈັດຕັ້ງຂຶ້ນ.

ບັນດາຜູ້ແທນເກັບຂີ້ເຫຍື້ອຢູ່ທະເລ ໂດ່ເຊີນ, ຫ໋າຍຟ່ອງ (ພາບ: baobacgiang.com.vn)

 ກ່າວຄໍາເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຫວໍຕ໊ວນເຍິນ ຊີ້ແຈ້ງວ່າ ຫວຽດນາມ ຕ້ອງປະເຊີນໜ້າກັບຫຼາຍບັນຫາກ່ຽວກັບການຊຸດໂຊມ, ມົນລະພິດສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ນໍ້າທະເລຍຶ່ງຂຶ້ນສູງ ພິເສດແມ່ນມົນລະພິດຍ້ອນສິ່ງເສດເຫຼືອຢາງປລາດສະຕິກ. ຫວຽດນາມ ຢືນອັນດັບທີ 17 ໃນ 109 ປະເທດ ທີ່ມີລະດັບມົນລະພິດຈາກສ່ິງເສດເຫຼືອຢາງປລາດສະຕິກຫຼາຍທີ່ສຸດໃນໂລກ.. ບັ້ນຂົນຂວາຍຄັ້ງນີ້ ແມ່ນເພື່ອແນໃສ່ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງການເມືອງ, ສັງຄົມ, ບັນດາວິສາຫະກິດ ແລະ ປະຊາຊົນ ຮ່ວມແຮງຮ່ວມໃຈກັນ, ຕັດສິນໃຈປະຕິບັດ ຄໍາຊີ້ນໍາຂອງນາຍົກລັດຖະມົນຕີທີ່ວ່າ “ຮອດປີ 2021, ບັນດາຫ້າງຮ້ານ, ຕະຫຼາດ, ຮ້ານສັບພະສິນຄ້າຢູ່ຕົວເມືອງ ຈະບໍ່ນໍາໃຊ້ເຄື່ອງຂອງຢາງທີ່ໃຊ້ໄດ້ເທື່ອດຽວ; ສູ້ຊົນຮອດປີ 2025, ທັງປະເທດບໍ່ນໍາໃຊ້ເຄື່ອງຂອງຢາງທີ່ໃຊ້ໄດ້ແຕ່ເທື່ອດຽວ”. ທ່ານກ່າວວ່າ:

        “ອົງການຄຸ້ມຄອງລັດທຸກຂັ້ນ ຕ້ອງຊາບຊຶມ, ຫັນຄໍາຊີ້ນໍາຂອງນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ວ່າ “ບໍ່ເອົາສິ່ງແວດລ້ອມໄປແລກເອົາການເຕີບໂຕເສດຖະກິດ” ໃຫ້ເປັນລະບອບລະບຽບການ; ສ້າງບັນດາມາດຕະການມີປະສິດທິຜົນ ເພື່ອຫຼຸດຜ່ອນການນໍາໃຊ້, ນໍາໃຊ້ສິ່ງເສດເຫຼືອຢາງປລາດສະຕິກຄືນໃໝ່. ແຕ່ລະຄົນລ້ວນແຕ່ສາມາດເຂົ້າຮ່ວມການຕອບສະໜອງບັ້ນຂົນຂວາຍດ້ວຍບັນດາການກະທໍາທີ່ງ່າຍດາຍ ຄື ແບ່ງປະເພດຂີ້ເຫຍື້ອ, ຜະລິດ, ນໍາໃຊ້ສິ່ງເສດເຫຼືອຄືນໃໝ່, ພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວອະນາໄມສິ່ງແວດລ້ອມຢູ່ອ້ອມຕົວເຮົາ”. 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

Top