• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2023 ການ​ເບີກ​ຈ່າຍ​ທຶນ FDI ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ ເກືອບ 23,2 ຕື້ USD

ການເບີກຈ່າຍງົບປະມານບັນລຸເກືອບ 23,2 ຕື້ USD, ຊຶ່ງແມ່ນລະດັບການເບີກຈ່າຍສູງສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງ ຫວຽດນາມ.

ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ທັນວາ, ຍອດທຶນຈົດທະບຽນການລົງທຶນຕ່າງປະເທດ ຢູ່ ຫວຽດນາມ ບັນລຸ 36,6 ຕື້ USD, ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການເບີກຈ່າຍງົບປະມານບັນລຸເກືອບ 23,2 ຕື້ USD, ຊຶ່ງແມ່ນລະດັບການເບີກຈ່າຍສູງສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງ ຫວຽດນາມ. ເງິນລົງທຶນຕ່າງປະເທດສືບຕໍ່ສຸມໃສ່ບັນດາແຂວງ, ນະຄອນທີ່ມີທ່າແຮງໃນການດຶງດູດການລົງທຶນຕ່າງປະເທດຄື ນະຄອນ ໂຮ່ຈີມິນ, ຫາຍຟ່ອງ, ກວ໋າງນິງ, ບັກຢາງ, ຖາຍບິງ, ຮ່າໂນ້ຍ, ບັກນິງ, ເງ້ອານ, ບິ່ງເຢືອງ ແລະ ດົງນາຍ. ປີ 2023, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງການໃນຍອດຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ການປະດິດສ້າງໄດ້ນຳໜ້າດ້ວຍຍອດເງິນລົງທຶນບັນລຸກວ່າ 23,5 ຕື້ USD; ຂະແໜງອະສັງຫາລິມະຊັບຢືນອັນດັບທີ 2 ດ້ວຍຍອດເງິນລົງທຶນເກືອບ 4,67 ຕື້ USD. ປີ 2023, ມີ 111 ປະເທດ ແລະ ເຂດແຄວ້ນມີໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນ ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນກວ່າ 6,8 ຕື້ USD, ຖັດມາແມ່ນ ຍີ່ປຸ່ນ, ຮົ່ງກົງ (ຈີນ), ຈີນ, ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top