• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2020, ແຂວງກວາງງ້າຍສູ້ຊົນຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ກວ່າ 1,2 ລ້ານເທື່ອຄົນ

ປີ 2019, ຂະແໜງທ່ອງທ່ຽວແຂວງ ກວາງງ້າຍ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 1,14 ລ້ານເທື່ອຄົນ, ບັນລຸລາຍຮັບ 1.100 ຕື້ດົ່ງ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2018.

(ແຂວງ ກວາງງ້າຍ ມີຊັບພະຍາກອນທຳມະຊາດທາງດ້ານທໍລະນີທີ່ພົ້ນເດັ່ນ)

ປີ 2020, ແຂວງ ກວາງງ້າຍ ຈະສູ້ຊົນຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ກວ່າ 1,2 ລ້ານເທື່ອຄົນ, ບັນລຸລາຍຮັບ 1.200 ຕື້ດົ່ງ. ທ່ານນາງ ຮວິ່ງທິເຟືອງຮວາ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງກວາງງ້າຍ, ໃຫ້ຮູ້ວ່າ.

          “ແຂວງ ກວາງງ້າຍ ມີຊັບພະຍາກອນທຳມະຊາດທາງດ້ານທໍລະນີທີ່ພົ້ນເດັ່ນ, ເປັນເອກະລັກ ແລະ ມີສະເພາະຢູ່ແຂວງກວາງງ້າຍ. ໂດຍອີງໃສ່ບັນດາແຫຼ່ງຊັບພະຍາກອນດັ່ງກ່າວ, ປະຈຸບັນ, ແຂວງກວາງງ້າຍ ພວມເຮັດບັນດາລະບຽບການ, ເອກະສານເພື່ອຮັບຮອງສວນສາທາລະນະທໍລະນີທົ່ວໂລກ ສຳລັບເມືອງເກາະ ລິ໊ເຊີນ ແລະ ບັນດາເຂດໃກ້ຄຽງ.”

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top