
ແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ (ພາບ: TTXVN)
ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ກະຊວງສືບຕໍ່ສ້າງຮ່າງກົດໝາຍວ່າດ້ວຍແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໃຫ້ສົມບູນແບບຕາມ ສັນຍາ (ສະບັບປັບປຸງ), ສະເໜີຕໍ່ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ພິຈາລະນາ, ອະນຸມັດ, ເພີ່ມທະວີການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ວິສາຫະກິດເຄື່ອນໄຫວໃນຂົງເຂດນີ້. ຄຽງຄູ່ກັນນັ້ນ, ກະຊວງໄດ້ຮຽກຮ້ອງບັນດາຫົວໜ່ວຍທີ່ກ່ຽວຂ້ອງ ສຸມໃສ່ພັດທະນາການສຶກສາວິຊາຊີບທີ່ຕິດພັນກັບການແກ້ໄຂວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ, ເປີດກ້ວາງການຂຸດຄົ້ນ ບັນດາຕະຫຼາດທີ່ມີອິດທິພົນຊື່ສຽງ, ຈຳກັດການສົ່ງແຮງງານໄປເຮັດວຽກຢູ່ບັນດາພາກພື້ນທີ່ມີເງື່ອນໄຂເຮັດວຽກບໍ່ທັນດີເທົ່າທີ່ຄວນ.
ຕາມຕົດເລກສະຖິຕິແລ້ວ, ປັດຈຸບັນ ຫວຽດນາມ ມີ ແຮງງານ ປະມານ 650.000 ຄົນທີ່ພວມເຮັດວຽກຢູ່ ກ່ວາ 40 ປະເທດ ແລະ ເຂດແຄ້ວນ ໃນ 30 ໝວດຂົງເຂດ ແລະ ອາຊີບທີ່ແຕກຕ່າງກັນ, ແຮງງານເຕົ້າໂຮມຫຼາຍທີ່ສຸດແມ່ນຢູ່ ຕະຫຼາດ ຍີ່ປຸ່ນ, ໄຕຫວັນ (ຈີນ) ແລະ ສ.ເກົາຫຼີ.
(ແຫຼ່ງຄັດຈາກ VOV)