• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2020: ຕັ້ງໜ້າກວ່າ, ຂະຫຍັນຂັນເຄື່ອນ ປະດິດຄິດສ້າງກວ່າ, ໝາກຜົນສັງລວມສູງກວ່າປີ 2019

ຕອນເຊົ້າ ວັນທີ 30 ທັນວາ, ຢູ່ ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມທາງເຄືອຂ່າຍອິນເຕີເນັດລະຫວ່າງລັດຖະບານກັບບັນດາທ້ອງຖິ່ນ. 


ການນຳຫວຽດນາມ ເຂົ້າຮ່ວມກອງປະຊຸມ

(ພາບ: VGP)


ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ; ທ່ານ ເຈີ່ນກວກເວຶ້ອງ ຜູ້ປະຈຳການຄະນະເລຂາທິການສູນການພັກ , ບັນດາການນຳຂອງພັກ, ລັດ, ການນຳບັນດາທ້ອງຖິ່ນຢູ່ຈຸດຖ່າຍທອດສົດຜ່ານທາງອິນເຕີເນັດ 63 ຈຸດໃນ ທົ່ວປະເທດ.

ກ່າວຄຳປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງກອງປະຊຸມສຳຄັນນີ້ຈະປຶກສາຫາລື, ໄຈ້ແຍກບັນດາຜົນສຳເລັດທີ່ບັນລຸໄດ້ໃນປີ 2019 - ເປັນປີບຸກທະລຸ, ພ້ອມທັງຍົກໃຫ້ເຫັນບັນດາດ້ານຍັງມີຄວາມຈຳກັດ, ຄວາມຂາດຕົກບົກຜ່ອງ; ໄຈ້ແຍກບັນດາໂອກາດ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປີ 2020 ກໍ່ຄືໃນຊຸມປີຕໍ່ໄປ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ, ປີ2019 ແມ່ນເປັນໜ້າຈົດຈຳຂອງ ຫວຽດນາມ ເພາະເປັນປີທີ 2ຢ່າງລຽນຕິດທີ່ບັນລຸໄດ້ຜົນງານສຳຄັນໃນເກືອບທັງໝົດຂົງເຂດນັບແຕ່ດ້ານເສດຖະກິດຕະຫຼອດຮອດວຽກງານສັງຄົມ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ; ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງກໍ່ໄດ້ຮັບການເພີ່ມທະວີ, ຕອບສະໜອງຄວາມຸ້ງມາດປາດຖະໜາ ແລະ ຄວາມເຊື່ອໝັ້ັ້ນປະຊາຊົນໄດ້ເປັນຢ່າງດີ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຖືວ່າ.

          “ທີ່ 1 ແມ່ນ ໃນສະພາບເສດຖະກິດທົ່ວໂລກພວມຫຼຸດລົງນັ້ນ, ເສດຖະກິດຫວຽດນາມ ສືບຕໍ່ມີທ່າເຕີບໂຕຢ່າງວ່ອງໄວ, ນອນໃນກຸ່ມບັນດາປະເທດມີລະດັບເຕີບໂຕສູງທີ່ສຸດໃນໂລກ, ຍົກລະດັບ GDP ໃຫ້ຂຶ້ນເຖິງ 266 ຕື້ USD, ລາຍຮັບຄິດສະເລ່ຍຕໍ່ຫົວຄົນແມ່ນເກືອບ 2800 USD/ຄົນ. ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ທີ່ 2ແມ່ນ, ບັນດາຂົງເຂດວັດທະນະທຳ, ສັງຄົມສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນພັດທະນາ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ອັດຕາຄອບຄົວທຸກຍາກຕາມມາດຕະຖານໃໝ່ແມ່ນ 4%. ທີ 3 ແມ່ນ, ກຳລັງຄວາມສາມາດບົມຊ້ອນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີ, ການເຄື່ອນໄຫວພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບຄວາມເອົາໃຈໃສ່. ທີ່ 4 ແມ່ນວຽກງານກໍ່ສ້າງພັກ, ການປ້ອງກັນຕ້ານການສໍ້ລາດບັງຫຼວງສືບຕໍ່ໄດ້ຮັບການຍູ້ແຮງ”.

          ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ, ປີ 2020 ແມ່ນປີມີຄວາມໝາຍສຳຄັນພິເສດສຳລັບປະເທດຊາດ. ຈິດໃຈລວມແມ່ນຕັ້ງໜ້າເປັນເຈົ້າການຫຼາຍກວ່າ, ຂະຫຍັນຂັນເຄື່ອນ ປະດິດຄິດສ້າງກວ່າ ແລະ ໝາກຜົນສັງລວມຕ້ອງສູງກວ່າປີ 2019. ດ້ວຍຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ໄດ້ສະເໜີໃຫ້ສຸມໃສ່ບຸລິມະສິດ 5 ໜ້າທີ່ຈຸດສຸມຄື: ສືບຕໍ່ປັບປຸງ, ເພີ່ມທະວີພຶ້ນຖານເສດຖະກິດ; ເອົາໃຈໃສ່ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ; ປັນປຸງ ແລະ ເພີ່ມທະວີກຳລັງຄວາມສາມາດໃນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ; ສືບຕໍ່ປະຕິບັດການປັບປຸງ ແລະ ກໍ່ສ້າງພັກຢ່າງເຂັ້ມງວດ.

(ແຫຼ່ງຄັດຈາກ VOV)

ນະ​ຄອນ​ໂຮ່​ຈີ​ມິນ ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່ນຳ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ຫວຽດ​ນາມ

ນະ​ຄອນ​ໂຮ່​ຈີ​ມິນ ມຸ່ງ​ໄປ​ເຖິງ​ເປົ້​າ​ໝາຍ​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່ນຳ​ໜ້າ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ​ທີ່​ສຸດ​ຢູ່ ຫວຽດ​ນາມ

ທີ່ການເຮັດວຽກ, ອີກຄັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ໜຶ່ງຢັ້ງຢືນການໂຮມນະຄອນ ເຂົ້າກັບສອງທ້ອງຖິ່ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແຖວໜ້າແມ່ນ ບິ່ງເຢືອງ ແລະ ບ່າເຣ້ຍຫວູງເຕົາ ໄດ້ເປີດໄລຍະພັດທະນາໃໝ່ ໃຫ້ແກ່ນະຄອນໂຮ່ຈີມິນ.

Top