• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີປະທານອາຊຽນ 2020: ເພື່ອອາຊຽນແຫ່ງຄວາມສະໜິດຕິດພັນແລະເປັນເຈົ້າການຮັບມື

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຫາກໍ່ມີບົດຂຽນດ້ວຍຫົວຂໍ້ວ່າ “ປີປະທານອາຊຽນ 2020: ເພື່ອອາຊຽນແຫ່ງຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

(ພາບປະກອບ: TTXVN)


ບົດຂຽນໃຫ້ຮູ້ວ່າ: ວັນທີ 01 ມັງກອນ 2020 ແມ່ນຈຸດເວລາຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ 2020 ຢ່າງເປັນທາງການ. ທັງດຳລົງຕຳແໜ່ງປະທານອາຊຽນ 2020, ທັງດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ຫວຽດນາມ ມີກາລະໂອກາດຫຼາຍຢ່າງເພື່ອສະແດງໃຫ້ເຫັນທີ່ຕັ້ງຢູ່ພາກພື້ນ ແລະ ບົນເວທີສາກົນ. ບົດຂຽນໄດ້ເນັ້ນໜັກເຖິງການເລືອກເອົາຫົວຂໍ້ສຳລັບປີອາຊຽນ 2020 ແມ່ນ “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຫວຽດນາມ ປາດຖະໜາຢາກຢືນຢັນຄວາມສາມັກຄີທີ່ມີຄວາມໝາຍຕັດສິນສຳລັບຄວາມໝັ້ນຄົງຂອງອາຊຽນ. ຫວຽດນາມ ເຊື່ອໝັ້ນວ່າຈະປະຕິບັດສຳເລັດໜ້າທີ່ສຳຄັນໃນການເປັນປະທານ 2020, ປະກອບສ່ວນສ້າງອາຊຽນ ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ປະກອບສ່ວນຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

          ຫວຽດນາມ ກໍ່ຫວັງວ່າ, ດ້ວຍບົດບາດເປັນປະທານອາຊຽນ 2020 ຈະຊຸກຍູ້ການພົວພັນສະໜິດຕິດພັນລະຫວ່າງອົງການຈັດຕັ້ງຢູ່ພາກພື້ນກັບທົ່ວໂລກ ຜ່ານການດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຜ່ານນັ້ນ ກໍ່ຍົກສູງທີ່ຕັ້ງຂອງອາຊຽນ ພ້ອມທັງສືບຕໍ່ຢືນຢັນບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top