• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີທ່ອງທ່ຽວແຫ່ງຊາດ 2024 ພາແຂກທ່ອງທ່ຽວເຂົ້າຮ່ວມ “ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”

ທີ່ການປະຊຸມຖະແຫຼງຂ່າວ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ປີທ່ອງທ່ຽວແຫ່ງຊາດ 2024 ດ້ວຍຫົວຂໍ້ “ດ້ຽນບຽນຝູ ສະຫງ່າລາສີ - ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”, ຕິດພັນກັບການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024).
ການປະຊຸມຖະແຫຼງຂ່າວ

ຕອນບ່າຍວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການປະຊຸມຂ່າວແນະນຳປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024. ທີ່ການປະຊຸມຂ່າວ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ປີທ່ອງທ່ຽວແຫ່ງຊາດ 2024 ດ້ວຍຫົວຂໍ້ “ດ້ຽນບຽນຝູ ສະຫງ່າລາສີ - ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”, ຕິດພັນກັບການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024). ປີທ່ອງທ່ຽວແຫ່ງຊາດ 2024 ມີເກືອບ 170 ໂຄງການ, ເຫດການຢູ່ລະດັບສູນກາງ ແລະ ທ້ອງຖິ່ນ. ທ່ານນາງ ຈິງທິຖຸຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ:   

“ໄປຄຽງຄູ່ກັບບັນດາມູນເຊື້ອດ້ານປະຫວັດສາດ, ວັດທະນະທຳແລ້ວ, ແຂວງ ດ້ຽນບຽນ ຍັງແມ່ນເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ເພື່ອພັດທະນາບັນດາຂົງເຂດທ່ອງທ່ຽວ. ດ້ວຍບັນດາທ່າແຮງ, ດ້ຽນບຽນ ກໍ່ໄດ້ກຳນົດທິດສຸມໃສ່ເພື່ອພັດທະນາການທ່ອງທ່ຽວຜ່ານການສ້າງການກຳນົດທິດພັດທະນາການທ່ອງທ່ຽວປີ 2025, ກຳນົດທິດຮອດປີ 2030, ແຂວງ ດ້ຽນບຽນ ໄດ້ກຳນົດແຈ້ງ: ພັດທະນາການທ່ອງທ່ຽວຂອງແຂວງກາຍເປັນຂະແໜງເສດຖະກິດປາຍແຫຼມ ບົນບັນດາພື້ນຖານການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບດ້ວຍ 3 ເສົາຄ້ຳຕົ້ນຕໍແມ່ນການທ່ອງທ່ຽວປະຫວັດສາດຈິດວິນຍານ, ການທ່ອງທ່ຽວສີສັນວັດທະນະທຳຊົນເຜົ່າ, ຄົ້ນຫາທິວທັດທຳມະຊາດ ແລະ ທ່ອງທ່ຽວພັກເຊົາ, ບັນເທິງ, ບຳລຸງສຸຂະພາບ”.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top