• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດ Festival ແຄນຊາວເຜົ່າມົ້ງ 2023

ນີ້ແມ່ນເຫດການວັດທະນະທຳເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳ, ເຂັ້ມຂຸ້ມໄປດ້ວຍລັກສະນະມະມຸດສະທຳອັນສູງສົ່ງຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ
  ລາຍການສະແດງໃນງານ Festival (ພາບ: dangcongsan.vn)  

Festival ແຄນຊາວເຜົ່າມົ້ງ ແລະ ງານບຸນວັດທະນະທຳອາຫານການກິນຂອງພາກເໜືອ, ພາກກາງ ແລະ ພາກໃຕ້ ຫວຽດນາມ ປີ 2023 ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 21-23 ເມສາ ໄດ້ປິດລົງໃນວັນທີ 23 ເມສາ. Festival ກາຍເປັນຈຸດພົ້ນເດັ່ນຂອງວັດທະນະທຳ, ທ່ອງທ່ຽວ ໄດ້ຮັບຄວາມຫວັງຈະສ້າງຂີດໝາຍຫຼາຍຢ່າງ, ດຶງດູດແຂກທ່ອງທ່ຽວຫຼາຍຄົນມາທ່ອງທ່ຽວຢູ່ ຮ່າຢາງ.

ນີ້ແມ່ນເຫດການວັດທະນະທຳເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳ, ເຂັ້ມຂຸ້ມໄປດ້ວຍລັກສະນະມະມຸດສະທຳອັນສູງສົ່ງຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພ້ອມທັງເປັນແຫ່ງພົບປະ, ແລກປ່ຽນຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ ແລະ ໂຄສະນາບັນດາຜະລິດຕະພັນ, ວັດທະນະທຳ, ອາຫານການກິນທີ່ເປັນເອກະລັກສະເພາະຂອງແຂວງ ຮ່າຢາງ ກໍຄືບັນດາເຂດພາກໃນທົ່ວປະເທດ.

ປີ 2015, ແຄນຊາວເຜົ່າມົ້ງ ຂອງແຂວງ ຮ່າຢາງ ໄດ້ຮັບການຮັບຮອງເປັນມໍລະດົກບໍ່ເປັນວັດຖຸລະດັບຊາດຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ. ຜ່ານນັ້ນກໍ່ໄດ້ຢັ້ງຢືນຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງແຄນ ໃນການດຳເນີນຊີວິດຂອງປະຊາຄົມຊາວເຜົ່າ ມົ້ງ ຢູ່ເຂດພູພຽງ ດົ່ງວັນ, ປະກອບສ່ວນເຊີດຊູມໍລະດົກ ແລະ ກາຍເປັນຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top