
ບັນຍາກາດຂອງພິທີປິດ
ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ບູລະນະກົງຈັກລັດໃຫ້ສົມບູນແບບ, ເລືອກຕັ້ງບັນດາຕຳແໜ່ງການນຳຂັ້ນສູງຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ; ຫັນຫຼາຍແຜນນະໂຍບາຍ, ນະໂຍບາຍ, ກົດໝາຍເປັນລະບອບລະບຽບການຢ່າງທັນການເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ; ພ້ອມທັງຕັດສິນກຳນົດຫຼາຍໜ້າທີ່ພັດທະນາເສດຖະກິດ, ສັງຄົມ; ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.
ເມື່ອກ່າວຄຳເຫັນປິດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:
“ສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງ, ໃຫ້ສັດຕະຍາບັນ 39 ບຸກຄະນລາກອນຂັ້ນສູງຂອງກົງຈັກລັດ. ສະພາແຫ່ງຊາດໄດ້ເລືອກຕັ້ງປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ດ້ວຍຄວາມໄວ້ວາງໃຈສູງທີ່ສຸດ. ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 9 ສະບັບ ແລະ ມະຕິ 31 ສະບັບ. ບັນດານະໂຍບາຍທີ່ປະກາດໃຊ້ໃນກອງປະຊຸມຄັ້ງນີ້ ທັງເຂັ້ມຂຸ້ນໄປດ້ວຍຈິດໃຈປ່ຽນແປງໃໝ່ ແລະ ຈິດໃຈກະທຳຢ່າງຂ້ຽວຂາດ ເພື່ອແກ້ໄຂບັນດາຈຸດອຸດຕັນ ທັງຮັບປະກັນລັກສະນະພື້ນຖານ, ຍາວນານ, ຕອບສະໜອງໄດ້ບັນດາຄຳຮຽກຮ້ອງຕ້ອງການຕົວຈິງຢ່າງທັນການ; ຊຸກຍູ້ການແບ່ງຂັ້ນ, ແບ່ງສິດຕິດພັນກັບການຍົກສູງຄວາມຮັບຜິດຊອບລະອຽດ. ພ້ອມດຽວກັນນັ້ນ, ກໍ່ເລີ່ມລຸລ່ວງແຫຼ່ງກຳລັງເພື່ອພັດທະນາເສດຖະກິດ, ສັງຄົມ.”
ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດກໍໄດ້ຮັບຮອງເອົາມະຕິວ່າດ້ວຍການສ້າງຕັ້ງນະຄອນ ດົ່ງນາຍ ຂຶ້ນກັບສູນກາງ ນັບແຕ່ວັນທີ 30 ເມສາ 2026 ເປັນຕົ້ນໄປ; ຕົກລົງເອົາເປົ້າໝາຍການເຕີບໂຕໄລຍະ 2026 – 2030 ບັນລຸແຕ່ 10% ຂຶ້ນໄປ, ສະເລ່ຍ GDP ຕໍ່ຫົວຄົນບັນລຸ 8.500 USD.







