• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປາຈາ, ປາບາຊາ ຫວຽດນາມ ສາມາດຢຶດຄອງຕະຫຼາດ ອົດສະຕາລີ

      ປັດຈຸບັນ, ປາຈາ, ປາບາຊາ ຂອງ ຫວຽດນາມ ພວມແມ່ນປະເພດສິນຄ້າສາມາດຢຶດຄອງຕະຫຼາດເກືອບທັງໝົດຢູ່ ອົດສະຕາລີ ແລະ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຂອງປະເທດນີ້.
ລາຍການສ້າງເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດ ປາຈາ, ປາບາຊາ ຫວຽດນາມ ຢູ່ຕະຫຼາດ ອົດສະຕາລີ
      ເພື່ອປັບປຸງທີ່ຕັ້ງບົດບາດ ແລະ ຂະຫຍາຍຕະຫຼາດ, ວັນທີ 20 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ແລະ ອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ປຸກລະດົມລາຍການສ້າງເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດ ປາຈາ, ປາບາຊາ ຫວຽດນາມ ຢູ່ຕະຫຼາດ ອົດສະຕາລີ. ກ່າວຄຳເຫັນຢູ່ເຫດການນີ້, ທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຢືນຢັນວ່າ:
            “ໄລ່ມາຮອດປັດຈຸບັນ, ປາຈາ ແລະ ປາບາຊາ ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມບໍລິໂພກຢູ່ ອາເມລິກາ, ເອີຣົບ, ຍີ່ປຸ່ນ ແລະ ປະເທດອື່ນໆ. ໃນຊຸມປີຜ່ານມາ, ວົງເງິນສົ່ງອອກປາຈາ, ປາບາຊາ ຫວຽດນາມ ໄປຍັງ ອົດສະຕາລີ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ແລະ ປາຈາ, ປາບາຊາ ໄດ້ກາຍເປັນໜຶ່ງໃນບັນດາເຍື່ອງອາຫານພິເສດ ແລະ ໄດ້ຮັບຄວາມນິຍົມບໍລິໂພກຈາກປະຊາຊົນ ອົດສະຕາລີ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າດີໃຈທີ່ສຸດ”.
            ປີ 2020, ປາຈາ, ປາບາຊາຂອງ ຫວຽດນາມ ກວມເອົາ 97,5% ອັດຕາສ່ວນຕະຫຼາດຢູ່ ອົດສະຕາລີ ດ້ວຍມູນຄ່າສົ່ງອອກເກືອບ 18 ລ້ານ USD.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top