ຂ່າວສານ
ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ
ທີ່ການພົບປະສົນທະນາ, ການນຳສອງທ່ານໄດ້ຢັ້ງຢືນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງລັດ ນັ້ນແມ່ນ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ສອງຝ່າຍເຫັນດີສຸມໃສ່ຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍກໍເຫັນດີຍູ້ແຮງເສົາຄ້ຳການຮ່ວມມືທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອສົມທົບກັນຮັບມືກັບສິ່ງທ້າທາຍໃໝ່; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງປົກປັກຮັກສາຊາຍແດນ, ໂດຍສະເພາະແມ່ນການສະກັດກັ້ນ, ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກອນຢາເສບຕິດ, ຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ, ການນຳເຂົ້າ - ສົ່ງອອກທີ່ຜິດກົດໝາຍ. ສອງຝ່າຍເຫັນດີເປັນເອກະພາບ ຈະມານະພະຍາຍາມຍົກລະດັບການຮ່ວມມືດ້ານເສດຖະກິດ; ໜູນຊ່ວຍການຟື້ນຟູຫຼັງໂລກລະບາດໂຄວິດ - 19; ຍົກສະດັບດ່ານຊາຍແດນສາກົນ ແລະ ທາງຄົມມະນາຄົມເຊື່ອມຕໍ່ລະຫວ່າງສອງປະເທດ; ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ພະລັງງານ, ກະສິກຳສະອາດ, ວິທະຍາສາດ, ເຕັກໂນໂລຢີ, ສາທາລະນະສຸກ, ວັດທະນະທຳ…
ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍໄດ້ປະກາດຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ລວມມູນຄ່າ 1 ລ້ານ USD.
ພາຍຫຼັງການພົບປະສົນທະນາ, ການນຳສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 2 ສະບັບ ໃນຂົງເຂດເຕັກໂນໂລຢີ ແລະ ນະວັດຕະກຳ, ການສຶກສາ ແລະ ກໍ່ສ້າງ.