ຂ່າວສານ
ປະທານາທິບໍດີ ສີລັງກາ Anura Kumara Dissanayaka ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ
ຕອນເຊົ້າວັນທີ 4 ພຶດສະພາ, ທ່ານປະທານາທິບໍດີ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ Anura Kumara Dissanayaka ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແລະ ເຂົ້າຮ່ວມວັນບຸນ ວິສາຂະບູຊາ ສປຊ Vesak ໃນລະຫວ່າງວັນທີ 4 – 6 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.
ການຢ້ຽມຢາມຂອງທ່ານປະທານາທິບໍດີ Anura Kumara Dissanayaka ແມ່ນການຢ້ຽມຢາມ ຫວຽດນາມຄັ້ງທຳອິດໃນຮອບເວລາ 16 ປີຜ່ານມາ ຂອງການນຳປະເທດສີລັງກາ ແລະ ກໍ່ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງສ່ວນຕົວທ່ານປະທານາທິບໍດີ Anura Kumara Dissanayaka ນັບແຕ່ເວລາຮັບດຳລົງຕຳແໜ່ງເມື່ອເດືອນກັນຍາ 2024.
ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດ ຫວຽດນາມ ແລະ ສີລັງກາສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1970 - 2025), ແມ່ນໂອກາດເພື່ອໃຫ້ສອງຝ່າຍຫວນຄືນການພົວພັນຮ່ວມມືພາຍຫຼັງ 5 ທົດສະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ຈາກນັ້ນວາງອອກບັນດາທິດທາງ, ມາດຕະການເພື່ອປັບປຸງ, ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືໃນສະພາບການໃໝ່, ເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາລວມ, ສັນຕິພາບ ແລະ ການຮ່ວມມືຢູ່ພາກພື້ນ.








