• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ ສິ້ນ​ສຸດ​ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ຢູ່ ​ຫວຽດ​ນາມ​ ຢ່າງ​ຈົບ​ງາມ

ຕອນທ່ຽງວັນທີ 20 ຕຸລາ, ທ່ານນາງ ຮາລີມານ ຢາກອບ ປະທານາທິບໍດີ ສິງກະໂປ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສິງກະໂປ ໄດ້ອອກຈາກນະຄອນໂຮ່ຈີມິນ, ສີ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 16 – 20 ຕຸລາ.

ຕອນທ່ຽງວັນທີ 20 ຕຸລາ, ທ່ານນາງ ຮາລີມານ ຢາກອບ ປະທານາທິບໍດີ ສິງກະໂປ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສິງກະໂປ ໄດ້ອອກຈາກນະຄອນໂຮ່ຈີມິນ, ສີ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 16 – 20 ຕຸລາ.

    

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງ ຮາລີມານ ຢາກອບ ປະທານາທິບໍດີ ສິງກະໂປ (ພາບ: TTXVN)

ໃນຂອບເຂດຂອງການຢ້ຽມຢາມ, ທ່ານນາງ  ຮາລີມານ ຢາກອບ ປະທານາທິບໍດີ ສິງກະໂປ ໄດ້ມີການເຄື່ອນໄຫວທີ່ສຳຄັນເຊັ່ນ: ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ພົບປະກັບທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ແລະ ເປັນສັກຂີພິຍານໃນພິທີລົງນາມ; ເຂົ້າຢ້ຽມຄຳນັບ ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານເວືອງດີງເຫວະ ປະທານສະພາແຫ່ງຊາດຫວຽດນາມ; ຕ້ອນຮັບເລຂາພັກນະຄອນຮ່າໂນ້ຍ, ເລຂາພັກນະຄອນໂຮ່ຈີມິນ; ຢ້ຽມຢາມເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ຢູ່ບັກນິ່ງ.

        ການຢ້ຽມຢາມຫວຽດນາມ ຂອງທ່ານນາງ ຮາລີມານ ຢາກອບ ປະທານາທິບໍດີ ສິງກະໂປ ແມ່ນການຢ້ຽມຢາມລັດຖະກິດຄັ້ງທຳອິດ ຂອງປະມຸກລັດຕ່າງປະເທດ ມາຫວຽດນາມ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ພັກກອມມູນິດ ຫວຽດນາມ ແລະກໍ່ແມ່ນການເຮັດວຽກຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານປະທານາທິບໍດີ ສິງກະໂປ ນັບແຕ່ ພະຍາດໂຄວິດ 19 ເກີດຂຶ້ນ.

ແຫຼ່ງຄັດຈາກ VOV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top