• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ ແລະ ບຸນ​ເຕັດ ໄປ​ຍັງ​ ຫວຽດ​ນາມ ແລະ ຫຼາຍ​ປະ​ເທດ​ໃນ​ໂລກ

ວັນທີ 30 ທັນວາ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດປີໃໝ່ສາກົນ 2021 ແລະ ບຸນເຕັດຫວຽດນາມທີ່ໃກ້ຈະມາເຖິງນີ້.

ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: rg.ru)

ທ່ານ ປະທານາທິບໍດີ Vladimir Putin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການພັດທະນາທີ່ຂະຫຍັນຂັນເຄື່ອນຂອງ ການພົວພັນ ລັດເຊຍ - ຫວຽດນາມ ໃນຫຼາຍຂົງເຂດ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະ ສັບສົນທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19. ຜູ້ນຳປະເທດລັດເຊຍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມ ຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດຢ່າງຄົບຖ້ວນ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນອາຊີ - ປາຊີຟິກ.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ Vladimir Putin ກໍ່ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງການນຳ, ອະດີດການນຳຂອງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໃນໂລກ.

        ໃນສານທີ່ໄດ້ສົ່ງໄປເຖິງທ່ານ Joe Biden ຜູ້ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ, ການນຳລັດເຊຍໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດເຊຍ ແລະ ອາເມລິກາອາດຈະປະຕິບັດໄດ້ຫຼາຍສິ່ງຫຼາຍຢ່າງເພື່ອເພີ່ມທະວີສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ລະດັບພາກພື້ນ ແລະ ທົ່ວໂລກ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top