• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ລົງ​ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄ​ອບ​ຄົວນັບ​ຮົບ​ທີ່​ເສຍ​ສະຫຼະ​ຊ​ີ​ວິດ​ໃນ​ເຫດ​ພາ​ຍຸ​ນ້ຳ​ຖ້ວມ ຢູ່​ເຂດ​ພາກ​ກາງ

ຢູ່ນະຄອນວິງ, ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາຍາດຕິພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດໃນການປະຕິບັດໜ້າທີ່ໃນເຫດພາຍຸນ້ຳຖ້ວມ ຢູ່ເຂດພາກກາງເມື່ອເດືອນຕຸລາທີ່ຜ່ານມາ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນມອບຂອງຂວັນໃຫ້ແກ່ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 35 ຄອບຄົວ

ຕອນບ່າຍວັນທີ 30 ພະຈິກ, ຢູ່ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ  ແລະ ຈຸບທູບທຽນ ຢູ່ ຄອບຄົວ 2 ໃນຈຳນວນ 13 ນັບຮົບເສຍສະຫຼະຊີວິດຢູ່ນະຄອນວິງ  ທີ່ໄດ້ເສຍສະຫຼີຊີວິດໃນການປະຕິບັດໜ້າທີ່ກູ້ໄພກູ້ຊີບຢູ່ເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງ 3 (ແຂວງເທື່ອທຽນ - ເຫ້ວ) ໃນຮຸ່ງເຊົ້າວັນທີ 13 ຕຸລາ ປີ 2020.

        ຢູ່ນະຄອນວິງ, ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາຍາດຕິພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດໃນການປະຕິບັດໜ້າທີ່ໃນເຫດພາຍຸນ້ຳຖ້ວມ ຢູ່ເຂດພາກກາງເມື່ອເດືອນຕຸລາທີ່ຜ່ານມາ. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ທະຫານເຂດ 4 ສືບຕໍ່ສ້າງເງື່ອນໄຂ, ແບ່ງປັນຄວາມເສຍຫາຍກັບບັນດາຄອບຄົວພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດ…

(ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top