• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ບຸນ​ເຕັດ​ ຢູ່​ແຂວງ ບາກ​ລຽວ

ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ພັກ, ລັດ ກໍ່ຄືສະພາແຫ່ງຊາດ, ລັດຖະບານໃນລັດຖະນະໂຍບາຍຂອງຕົນ ຍາມໃດກໍ່ສຸຊົນພັດທະນາເສດຖະກິດ - ສັງຄົມເພື່ອແນໃສ່ເປົ້າໝາຍອັນສູງສຸດແມ່ນເບິ່ງແຍງດູແລປະຊາຊົນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະມອບຂອງຂວັນໃຫ້ແກ່ຜູ້ທຸກຍາກ

ເນື່ອງໃນໂອກາດຕົ້ນປີໃໝ່ 2024 ແລະ ກະກຽມຕ້ອນຮັບບຸນເຕັດປີມະໂລງ, ຕອນບ່າຍວັນທີ 25 ມັງກອນ, ຢູ່ແຂວງ ບາກລຽວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ມອບຂອງຂວັນບຸນເຕັດ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ກຳມະກອນ, ຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ບາກລ້ຽວ; ຢ້ຽມຢາມອວຍພອນບຸນເຕັດກຳລັງປະກອບອາວຸດຂອງ ແຂວງບາກລຽວ.

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ພັກ, ລັດ ກໍ່ຄືສະພາແຫ່ງຊາດ, ລັດຖະບານໃນລັດຖະນະໂຍບາຍຂອງຕົນ ຍາມໃດກໍ່ສຸຊົນພັດທະນາເສດຖະກິດ - ສັງຄົມເພື່ອແນໃສ່ເປົ້າໝາຍອັນສູງສຸດແມ່ນເບິ່ງແຍງດູແລປະຊາຊົນ. ກ່ຽວກັບໜ້າທີ່ຂອງທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ສະເໜີວ່າ:

ຕ້ອງກະກຽມບັນດາເງື່ອນໄຂທີ່ດີທີ່ສຸດ ເພື່ອຮັບໃຊ້ປະຊາຊົນໃນການຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊືນ, ປອດໄສ, ປອດໄພ, ປະຢັດ. ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລ ເຖິງບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ… ພ້ອມທັງ, ແລກປ່ຽນ, ຮັບຟັງຄຳເຫັນຂອງປະຊາຊົນ, ຜູ້ອອກແຮງງານ ເປັນປະຈຳ, ຄົ້ນຄ້ວາ, ສ້າງບັນດາກົນໄກ, ນະໂຍບາຍເພື່ອໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ແຕ່ລະຄອບຄົວ, ປະຊາຊົນ ແຕ່ລະຄົນພັດທະນາການທຳມາຫາກິນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top