• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ: ຕວຽນ​ກວາງ ຕ້ອງ​ສ້າງ​ພື້ນ​ທີ, ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ

ຕອນເຊົ້າວັນທີ 18 ມີນາ, ຢູ່ນະຄອນ ຕວຽນກວາງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານການເຮັດວຽກກັບປະຈຳຄະນະພັກແຂວງ ຕວຽນກວາງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: quochoi.vn)

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ ບັນດາກຳລັງບົ່ມຊ້ອນຂອງ ທ້ອງຖິ່ນ, ໂດຍສະເພາະແມ່ນກ່ຽວກັບຂົງເຂດທ່ອງທ່ຽວດ້ວຍພື້ນຖານວັດທະນະທຳທີ່ອຸດົມສົມບູນຂອງປະຊາຄົມ 22 ຊົນເຜົ່າໃນບໍລິເວນແຂວງ, ທ່ານສະເໜີວ່າ:

        “ທາງແຂວງຕ້ອງສຸມກຳລັງຜັນຂະຫຍາຍບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ປະກາດໃຊ້ໃນໄລຍະຜ່ານມາ, ເອົາໃຈໃສ່ເຖິງຂົງເຂດການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີຕ້ອງຖືລັດຖະນະໂຍບາຍເປັນແຖວໜ້າ. ທາງແຂວງຕ້ອງກຳນົດການພັດທະນາກ້າວຂຶ້ນຈາກບັນດາຂົງເຂດນີ້ ເພາະວ່າໃນຈຸດເວລາປັດຈຸບັນທັງສັງຄົມລ້ວນແຕ່ດຳເນີນການຫັນເປັນດີຈີຕອນ ແລະ ຄຸ້ມຄອງນຳໃຊ້ບັນດາການເຄື່ອນໄຫວປະຈຳວັນດ້ວຍວິທະຍາສາດເຕັກໂນໂລຢີ.”

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍຮຽກຮ້ອງໃຫ້ທ້ອງຖິ່ນຍົກສູງຄຸນນະພາບການວາງແຜນຜັງ, ເພື່ອແນໃສ່ຍາດແຍ່ງ, ເສີມຂະຫຍາຍກຳລັງບົ່ມຊ້ອນ, ທ່າໄດ້ປຽບ, ສ້າງພື້ນຖານ, ກຳລັງໜູນໃໝ່ໃຫ້ແກ່ການພັດທະນາປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top