• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຕ້ອນ​ຮັບ​ປະ​ທານ​ສາ​ນ​ປະ​ຊາ​ຊົນ​ສູງ​ສຸດ ລາວ

ຕອນບ່າຍວັນທີ 12 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງ ສາດສະດາຈານ. ປອ.ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕີລາຄາສູງຕໍ່ສະພາບການຮ່ວມມືຂອງສານປະຊາຊົນສູງສຸດສອງປະເທດໃນໄລຍະຜ່ານມາ, ຕາມຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມໃນປີ 2008 ແລະ ຂຶ້ນແຜນເຄື່ອນໄຫວຮ່ວມມືໃນປີ 2022.

   ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານນາງ ສາດສະດາຈານ. ປອ.ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ລາວ (ພາບ: VOV)      

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍສານປະຊາຊົນສູງສຸດຂອງ ຫວຽດນາມ ຈະແບ່ງປັນປະສົບການກັບສານປະຊາຊົນສູງສຸດ ລາວ ໃນໄລຍະສ້າງຮ່າງມະຕິ ແລະ ແບບວິທີຜັນຂະຫຍາຍເນື້ອໃນດັ່ງກ່າວ ພາຍຫຼັງທີ່ໄດ້ຮັບການປະກາດໃຊ້. ຄຽງຄູ່ກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ແລະ ອົງການຕ່າງໆຂອງສະພາແຫ່ງຊາດ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບສານປະຊາຊົນສູງສຸດ ລາວ ໃນບັນດາຂົງເຂດທີ່ກ່ຽວຂ້ອງ.

ທ່ານປະທານສະພາແຫ່ງຊາດ ກໍປາດຖະໜາວ່າ ສານປະຊາຊົນສູງສຸດສອງປະເທດ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຍົກສູງປະສິດທິຜົນການເຄື່ອນໄຫວໃນໄລຍະຈະມາເຖິງຢ່າງບໍ່ຢຸດຢັ່ງ. ໃນຖານະຕຳແຫນ່ງຂອງຕົນ, ປະທານສະພາແຫ່ງຊາດ ຈະສະໜັບສະໜູນ ແລະ ໃຫ້ການໜູນຊ່ວຍ ເພື່ອໃຫ້ສອງອົງການສືບຕໍ່ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top