• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ-ກຳ​ປູ​ເຈຍ ​ກິນ​ເຂົ້າເຮັດ​ວຽກ

ປະທານສະພາແຫ່ງຊາດສາມທ່ານ ໃຫ້ຄຳໝັນສັນຍາ ຈະສືບຕໍ່ສະໜັບສະໜູນຊື່ງກັນ ແລະ ກັນ ທີ່ເວທີປາໄສສາກົນ ແລະ ພາກພື້ນ.
(ພາບ: VOV)

ຕອນເຊົ້າວັນທີ 18 ຕຸລາ, ໃນຂອບເຂດກອງປະຊຸມສະມັດຊາໃຫ່ຍລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 45 (AIPA-45), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝີ້ນ, ທ່ານປະທານສະພາແຫ່ງຊາດລາວ, ປະທານ AIPA-45 ໄຊສົມພອນ ພົມວິຫານ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ນາງ Khuon Sudary ໄດ້ກິນເຂົ້າເຮັດວຽກຢູ່ ວຽງຈັນ-ລາວ.

   ການນຳສະພາແຫ່ງຊາດສາມປະເທດ ໄດ້ຢັ້ງຢືນຄວາມໝາຍ ແລະ ບົດບາດຂອງກົນໄກຮ່ວມມືເຂດສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກຳປູເຈຍ (CLV-DTA) ໃນ 25 ປີຜ່ານມາ; ເຫັນດີຈະສືບຕໍ່ປັບປຸງສາຍພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງສາມປະເທດ ສອດຄ່ອງກັບຄວາມຕ້ອງການພັດທະນາໃນໄລຍະໃໝ່; ພ້ອມທັງເນັ້ນໜັກເຖິງຄວາມໄວ້ເນື້ອເຊື່ອໃຈ, ສາມັກຄີ, ສະໜິດຕິດພັນເພື່ອຜົນປະໂຫຍດຂອງທັງສາມປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

     ປະທານສະພາແຫ່ງຊາດສາມທ່ານ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສະໜັບສະໜູນຊື່ງກັນ ແລະ ກັນ ທີ່ເວທີປາໄສສາກົນ ແລະ ພາກພື້ນ. ພິເສດ, ສະພາແຫ່ງຊາດສາມປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືລັດຖະສະພາ ແລະ ບັນດາກົນໄກຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍທີ່ມີໃນປະຈຸບັນໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top