• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ: ພະ​ນັກ​ງານ​ສ້າງ​ກົດ​ໝາຍ​ຕ້ອງ​ມີ​ຈັນ​ຍາ​ບັນ

ຕອນບ່າຍວັນທີ 4 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນກົດໝາຍ ຫວຽດນາມ ຄື ວັນທີ 9 ພະຈິກ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ພົບປະກັບສະມາຊິກສະພາແຫ່ງຊາດທີ່ເຄື່ອນໄຫວສະເພາະກິດ, ພະນັກງານ, ລັດຖະກອນ ອົງການສ້າງກົດໝາຍ, ຕຸລາການ, ຄົ້ນຄວ້າການສ້າງກົດໝາຍຢູ່ສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ຖ່າຍຮູບເປັນທີ່ລະນຶກ (ພາບ:VOV)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ວັນກົດໝາຍ ຫວຽດນາມ ແມ່ນວັນຂອງທົ່ວປວງຊົນ, ວັນເຄົາລົບ ແລະ ປ້ອງກັນກົດໝາຍ. ສໍາລັບຜູ້ເຮັດວຽກງານສ້າງກົດໝາຍໃນອົງການສ້າງກົດໝາຍ ຍິ່ງມີຄວາມໝາຍກວ່າຜູ້ໃດໝົດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍຜົນງານ ເຊິ່ງຖັນແຖວສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດ, ພະນັກງານ, ລັດຖະກອນ ອົງການສ້າງກົດໝາຍ, ຕຸລາການ… ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ປາດຖະໜາວ່າ ບຸກຄົນທີ່ເຄື່ອນໄຫວໃນວຽກງານສ້າງກົດໝາຍຕ້ອງຮັບຟັງຄຳເຫັນຂອງອົງການສະເໜີຮ່າງກົດໝາຍ, ຮັບຟັງຄຳເຫັນຂອງນັກຊ່ຽວຊານ, ຮັບຟັງຄຳເຫັນຂອງກັນເພື່ອໃຫ້ວຽກງານສ້າງກົດໝາຍຮັບປະກັນຄວາມໂປ່ງໃສ, ຄົບຊຸດ, ມີສະຖຽນລະພາບ, ຕອບສະໜອງໄດ້ຄວາມຕ້ອງການສ້າງສາ, ພັດທະນາປະເທດຊາດແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ.
(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top