• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ, ປະ​ທານ ໄອ​ປາ ຕ້ອນ​ຮັບ​​ຫົ​ວ​ໜ້າບັນ​ດາ​ຄ​ະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄອ​ປາ ຄັ້ງ​ທີ 45

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45, ຕອນເຊົ້າວັນທີ 19 ຕຸລາ ຢູ່ນະຄອນຫຼວງ ວຽງຈັນ, ລາວ, ກ່ອນດຳເນີນພິທີໄຂ, ທ່ານປະທານສະພາແຫ່ງຊາດ ລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ໄດ້ໃຫ້ການຕ້ອນຮັບຫົວໜ້າບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ບັນຍາກາດການພົບປະ

ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະສະພາໃນການຊຸກຍູ້, ເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງ ອາຊຽນ”. ດັ່ງນັ້ນ, ຕາມທ່ານປະທານສະພາແຫ່ງຊາດ ລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ແລ້ວ, ບັນດາປະເທດຈະດຳເນີນການແລກປ່ຽນ ແລະ ປຶກສາຫາລືຫຼາຍບັນຫາສຳຄັນກ່ຽວກັບດ້ານການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ ແລະ ວຽກງານພາຍໃນຂອງ ໄອປາ. ນອກຈາກນັ້ນແລ້ວ, ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45  ຍັງດຳເນີນການປຶກສາຫາລືກ່ຽວກັບບັນດາກົນໄກຮ່ວມມື, ເພື່ອແນໃສ່ໜູນຊ່ວຍວິໄສທັດ ອາຊຽນ ປີ 2025. ທ່ານປະທານສະພາແຫ່ງຊາດ ລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ເຊື່ອໝັ້ນວ່າ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຈະຊ່ວຍໃຫ້ບັນດາປະເທດສະມາຊິກມີໂອກາດໄດ້ພົບປະ, ແລກປ່ຽນໃນການພັດທະນາການຮ່ວມມື, ຄວາມສາມັກຄີ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມທັງໄດ້ແລກປ່ຽນບັນດາທັດສະນະ ເພື່ອແນໃສ່ສ້າງຄວາມເປັນເອກະພາບ ແລະ ບັນລຸໝາກຜົນສູງ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top