• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin

ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ເຊິ່ງພວມມີການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin

ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຫັນດີເປັນເອກະພາບຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກຮ່ວມມືສອງຝ່າຍ, ພິເສດ ແມ່ນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ; ເອກະພາບ ແລະ ຜັນຂະຫຍາຍບັນດາແຜນການສັງລວມການພັດທະນາການຮ່ວມມື ຫວຽດນາມ - ລັດເຊຍ ຮອດປີ 2030, ບັນຊີລາຍຊື່ບັນດາໜ້າທີ່ບຸລິມະສິດ ຫວຽດນາມ - ລັດເຊຍ ໄລຍະ 2024 – 2025 ໂດຍໄວ; ເພີ່ມທະວີການຮ່ວມມືດ້ານການເງິນ - ການສິນເຊື່ອສອດຄ່ອງກັບກົດໝາຍສາກົນ ແລະ ຂໍ້ກຳນົດກົດໝາຍສອງປະເທດ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນສອງປະເທດ.

        ການນຳສອງທ່ານ ກໍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບາງຂົງເຂດ, ລວມມີ: ອາຍແກັດ - ພະລັງງານ, ວິທະຍາສາດ  - ເຕັກໂນໂລຢີ, ຖະແຫຼງຂ່າວ - ການສື່ສານ, ວັດທະນະທຳ, ກິລາ, ທ່ອງທ່ຽວ, ແຮງງານ, ພົວພັນແລກປ່ຽນປະຊາຊົນ, ການສຶກສາ, ໂຄສະນາພາສາ ຫວຽດ ແລະ ພາສາ ລັດເຊຍ ຢູ່ແຕ່ລະປະເທດ. ການນຳສອງຝ່າຍກໍໄດ້ຍາດເວລາແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີນແທງເໝີນ ພົບປະກັບ ປະທານາທິບໍດີ ລັດເຊຍVladimir Putin

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ພົບປະກັບ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin

ທີ່ການພົບປະກັບປະທານາທິບໍດີ ລັດເຊຍ Vladimir Putin ໃນຕອນບ່າຍວັນທີ 20 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ສະແດງຄຳອວຍພອນ ສະຫະພັນລັດເຊຍ ທີ່ໄດ້ຈັດຕັ້ງການເລືອກຕັ້ງປະທານາທິບໍດີ ລັດເຊຍ ປີ 2024 ສຳເລັດຜົນ.

ກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະສະພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນ ນີ້ແມ່ນຫນຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ; ປາດຖະຫນາຢາກໃຫ້ທ່ານປະທານາທິບໍດີ ສືບຕໍ່ສະຫນັບສະຫນູນ, ຊຸກຍູ້ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດ.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ເນັ້ນຫນັກວ່າ: ການຮ່ວມມືລະຫວ່າງລັດຖະສະພາ ແລະ ການຮ່ວມມືຂອງພັກການເມືອງຕົ້ນຕໍຂອງສອງປະເທດແມ່ນມີຄວາມສຳຄັນ ແມ່ນພື້ນຖານທີ່ດີເພື່ອຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ, ສ້າງກອບນິຕິກຳ, ພື້ນຖານກົດໝາຍ ປັບປຸງການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານ Vladimir Putin  ຢືນຢັນ ທິດທາງການໃຫ້ບຸລິມະສິດຂອງ ລັດເຊຍ ແມ່ນຊຸກຍູ້ການພົວພັນກັບ ອາຊຽນ ແລະ ຖືວ່າ ການຮ່ວມມືນີ້ຈະຊຸກຍູ້ການພັດທະນາລະຫວ່າງສອງຝ່າຍ.

 

  

(ແຫຼ່ງຄັດຈາກ VOV)

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ໂຮມ 3 ແຂວງນາມດິງ, ຮ່ານາມ ແລະ ນິງບິ່ງ ເຂົ້າກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ຕ້ອງການປ່ຽນແປງໃໝ່ຮູບແບບພັດທະນາ ແລະ ຍົກສູງປະສິດທິຜົນຂອງການບໍລິຫານເຂດ

ຕອນບ່າຍວັນທີ 23 ມິຖຸນານີ້, ຢູ່ນະຄອນ ນາມດິງ, ທ່ານເລຂາທິການໃຫຍ່ ພັກຄອມມູນິດຫວຽດນາມ ໂຕເລີ່ມ ແລະ ຄະນະປະຕິບັດງານສູນກາງ ໄດ້ເຮັດວຽກກັບບັນດາຄະນະປະຈໍາພັກແຂວງ ນາມດິງ, ຮ່ານາມ, ນິງບິ່ງ ກ່ຽວກັບໝາກຜົນການປະຕິບັດມະຕິ, ບົດສະຫຼຸບຂອງຄະນະບໍລິຫານງານສູນກາງພັກ ແລະ ວຽກງານສໍາຄັນຈໍານວນໜຶ່ງກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນບໍລິເວນ 3 ແຂວງ.

Top