• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທາ​ນ​ງານ​ລ້ຽງ​ທາງ​ລັດ​ຖະ​ກິດ ກະ​ສັດ ບ​ຣູ​ໄນ

ຕອນຄ່ຳວັນທີ 01 ທັນວາ, ຢູ່ສູນປະຊຸມສາກົນ ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ. ຫວຽດນາມ ໄດ້ເປັນປະທານງານລ້ຽງຕ້ອນຮັບທາງລັດຖະກິດກະສັດ ບຣູໄນ Darussalam Haji Hassanal Bolkiah ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ບຣູໄນ ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ນັບແຕ່ວັນທີ 30 ພະຈິກ - 2 ທັນວາ.
   ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ. ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍ ກະສັດ ບຣູໄນ Darussalam Haji Hassanal Bolkiah (ພາບ: VOV)  

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ:

ການຢ້ຽມຢາມ ຫວຽດນາມ ຂອງກະສັດ ບຣູໄນ ຊ່ວຍເຮັດໃຫ້ສາຍພົວພັນອັນສະໜິດແໜ້ນ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ບຣູໄນ ເລິກເຊິ່ງຂຶ້ນຕື່ມຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍເຈດຕະນາດີ ແລະ ຄວາມມານະພະຍາຍາມຂອງທັງສອງຝ່າຍສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ບຣູໄນ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າເກົ່າປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດເພື່ອສັນຕິພາບສະຖຽນລະພາບການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນທົ່ວໂລກ”.

ສ່ວນກະສັດບຣູໄນ Darussalam Haji Hassanal Bolkiah ກໍ່ເນັ້ນໜັກວ່າ ເລື່ອງ 2 ປະເທດສືບຕໍ່ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ ແລະ ເຮັດໃຫ້ການຮ່ວມມືໃນທຸກດ້ານເລິກເຊິ່ງກວ່າເກົ່າ, ເຊັ່ນ: ກະສິກຳ, ພະລັງງານ… ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດລວມເທົ່ານັ້ນ ຫາກຍັງຍົກສູງກຳລັງຄວາມສາມາດຂອງບັນດາຂະແໜງອຸດສາຫະກຳ, ວິສາຫະກິດສອງປະເທດ ກໍຄື ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ; ພ້ອມທັງ, ປາດຖະໜາວ່າ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ວິໄສທັດປະຊາຄົມ ອາຊຽນ ໃນປີ 2045.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ສວນມິດຕະພາບ ລາວ - ຫວຽດນາມ ນີ້ບໍ່ພຽງແຕ່ເປັນສັນຍາລັກຂອງສາຍພົວພັນສອງປະເທດເທົ່ານັ້ນ, ຫາກຍັງກາຍເປັນບ່ອນຈັດຕັ້ງບັນດາກິດຈະກຳວັດທະນະທຳ, ບ່ອນພັກຜ່ອນ, ການເຄື່ອນໄຫວກິລາກາຍຍະກຳ, ເດີ່ນຫຼີ້ນໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນ; ແມ່ນບ່ອນສຶກສາມູນເຊື້ອໃຫ້ແກ່ລຸ້ນຄົນຕໍ່ໆໄປຂອງທັງສອງຊາດ ລາວ - ຫວຽດນາມ.

Top