• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຫຼາຍຄົນສະແດງຄວາມເຊື່ອໝັ້ນຕໍ່ບັນດາຜູ້ສະໝັກຮັບເລືອກຕັ້ງ, ພິເສດມີຄວາມຫວັງຕໍ່ເລື່ອງທ່ານປະທານປະເທດຖ້າໄດ້ຮັບການເລືອກຕັ້ງຈະປະກອບສ່ວນເຂົ້າໃນການພັດທະນານະຄອນໂຮ່ຈີມິນໃຫ້ຫຼາຍກ່ວາອີກ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ

ໃນລະຫວ່າງວັນທີ 14 – 15 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

ຖ້າໄດ້ຮັບຄວານໄວ້ເຊື້ອເຊື່ອໃຈຈາກຜູ້ມີມິດເລືອກຕັ້ງ, ຂ້າພະເຈົ້າຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ ປະຊາຊົນ. ດັ່ງນັ້ນ, ທຳອິດຕ້ອງປະຕິບັດບົດບາດຄວາມຮັບຜິດຊອບຂອງຜູ້ແທນປະຊາຊົນໃຫ້ເປັນຢ່າງດີ, ກ່ອນອື່ນໝົດຕ້ອງຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ສ່ອງແສງໄປຍັງສະພາແຫ່ງຊາດ, ພັກ, ລັດ, ອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງທັນການ ເພື່ອແກ້ໄຂຂໍ້ສະເໜີ, ຄຳເຫັນອັນຊອບທຳຂອງຜູ້ມີສິດເລືອກຕັ້ງຢູ່ສະຖານທີ່ຕົນເອງສະໝັກຮັບເລືອກຕັ້ງ.

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຫຼາຍຄົນສະແດງຄວາມເຊື່ອໝັ້ນຕໍ່ບັນດາຜູ້ສະໝັກຮັບເລືອກຕັ້ງ, ພິເສດມີຄວາມຫວັງຕໍ່ເລື່ອງທ່ານປະທານປະເທດຖ້າໄດ້ຮັບການເລືອກຕັ້ງຈະປະກອບສ່ວນເຂົ້າໃນການພັດທະນານະຄອນໂຮ່ຈີມິນໃຫ້ຫຼາຍກ່ວາອີກ.

ໃນເຫດການທີ່ກ່ຽວຂ້ອງ, ທີ່ການລົງຢ້ຽມຢາມ ແລະ ເຮັດວຽກກັບກອງພົນ 9 ໃນບໍລິເວນນະຄອນ ໂຮ່ຈີມິນ, ໃນຖານະເປັນປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ທ່ານປະທານປະເທດຢັ້ງຢືນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ລະດົມກຳລັງແຮງເພື່ອສ້າງກອງທັບປະຕິວັດເປັນກຳລັງຫຼວງ, ຍອດຢ້ຽມ, ຫັນເປັນທັນສະໄໝເທື່ອລະກ້າວ…

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top