• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຈີນ ຢາກໃຫ້​ ຈີນ ແລະ ອາ​ເມ​ລິ​ກາ ນຳ​ການ​ພົວ​ພັນ​ອັນ​ໝັ້ນທ່ຽງທາງຍຸດ​ທະ​ສາດ​ກາຍ​ເປັນ​ການ​ກະ​ທຳ, ຮ່ວມ​ມື AI

ພິກັດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນອັນໝັ້ນທ່ຽງທາງຍຸດ​ທະ​ສາດມີ​ລັກ​ສະ​ນະ​ສ້າງ​ສັນ ລະ​ຫວ່າງ ຈີນ ແລະ ອາ​ເມ​ລິ​ກາ ໄດ້​ສ່ອງ​ແສງ​ໃຫ້ເຫັນການ​ພົວ​ພັນ​ສອງ​ຝ່າຍ​ໃນ​ຕົວ​ຈິງ ແລະ ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຄວາມຕັ້ງຫວັງ​ຕໍ່​ອະ​ນາ​ຄົດ.
  ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ຈີນ (ພາບ: ຊິນ​ຮ​ວາ/VNA)  

ວັນ​ທີ 24 ກັນ​ຍາ, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ ແລະ ການໂອ້ລົມ​ເຈ​ລະ​ຈາ​ຢູ່ ທຳ​ນຽບ​ຂາວ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ຈີນ ໄດ້​ຮຽກ​ຮ້ອງ ຈີນ ແລະ ອາ​ເມ​ລິ​ກາ ນຳ​ການ​ພົວ​ພັນອັນໝັ້ນທ່ຽງທາງຍຸດ​ທ​ະ​ສາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ສອງ​ຝ່າຍ ຈາກວິ​ໄສ​ທັດ​ກາຍ​ເປັນ​ກາ​ນ​ກະ​ທຳ, ທ່ານ​ຖື​ວ່າ ສອງ​ປະ​ເທດ​ອາດ​ສາ​ມາດ​ຮ່ວມ​ມື​ກ່ຽວ​ກັບ​ປັນ​ຍາ​ປະ​ດິດ ເພື່ອ​ຮັບ​ປະ​ກັນ​ເຕັກ​ໂນ​ໂລ​ຢີ​ນີ້ ຈະຢູ່​ໃນ​ລະ​ດັບ​ການ​ຄວບ​ຄຸມ.

ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້ລົມເຈ​ລະ​ຈາ​ກັບ ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢູ່​ທຳ​ນຽບ​ຂາວ, ທ່ານ​ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ ພິກັດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນອັນໝັ້ນທ່ຽງທາງຍຸດ​ທະ​ສາດມີ​ລັກ​ສະ​ນະ​ສ້າງ​ສັນ ລະ​ຫວ່າງ ຈີນ ແລະ ອາ​ເມ​ລິ​ກາ ໄດ້​ສ່ອງ​ແສງ​ໃຫ້ເຫັນການ​ພົວ​ພັນ​ສອງ​ຝ່າຍ​ໃນ​ຕົວ​ຈິງ ແລະ ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຄວາມຕັ້ງຫວັງ​ຕໍ່​ອະ​ນາ​ຄົດ. ທ່ານ​ ສີ​ຈິ້ນ​ຜິງ ໄດ້​ຮຽກ​ຮ້ອງ​ໃຫ້​ສອງ​ຝ່າຍ​ຄວນ​ຫັນ​ວິ​ໄສ​ທັດ​ນີ້​ກາຍ​ເປັນ​ການ​ປະ​ທຳ, ມຸ່ງ​ໄປ​ເຖິງ​ແຜນ​ການ​ຖື​ການ​ຮ່ວມ​ມື​ເປັນ​ຈຸດ​ສຸມ, ການແກ່ງແຍ່ງທີ່​ມີ​ຂອບ​ເຂດ, ຄວາມ​ບໍ່​ລົງ​ລອຍ​ກັນ​ໄດ້​ຮັບ​ການ​ຄວບ​ຄຸມ ແລະ ມີ​ແງ່​ຫວັງ​ສັນ​ຕິ​ພາບ”. ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ, ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ຊີ​້​ແຈ້​ງວ່າ:

ຈີນ ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເທດມະ​ຫາ​ອຳ​ນາດ​ກ່ຽວ​ກັບ AI, ມີ​ທັງ​ກຳລັງຄວາມ​ສາ​ມາດ ມີ​ທັງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ AI ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ຂອງ AI ຍາມ​ໃດ​ກໍ່​ນອນ​ໃນ​ການ​ຄວບ​ຄຸມ​ຂອງ​ມະ​ນຸດ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top