• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Kamikawa Yoko

ຕອນບ່າຍວັນທີ 10 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Kamikawa Yoko, ທີ່ພວມຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 10 – 11 ຕຸລາ.
ປະທານປະທານປະເທດ ຫວໍວັນເຖືອງໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Kamikawa Yoko (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່າປະທານປະເທດ ຫວໍວັນເຖືອງໄດ້ຢັ້ງຢືນວ່າ ຍີ່ປຸ່ນແມ່ນຄູ່ຮ່ວມມື ເສດຖະກິດແຖວໜ້າ ຂອງ ຫວຽດນາມ ແລະ ສອງປະເທດມີຈຸດຄ້າຍຄືກັນຫຼາຍຢ່າງ ແລະ ມີຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ນຳການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນພັດທະນາຢ່າງແຮງກ່ວາອີກໃນທຸກຂົງເຂດ. ທ່ານປະທານປະເທດສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເພື່ອແນໃສ່ປະກອບສ່ວນປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ແຫຼ່ງທຶນຊ່ວຍເຫຼືອພັນທະນາ ODA, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

ສ່ວນທ່ານນາງ Kamikawa Yoko  ໄດ້ເນັ້ນໜັກວ່າ ສອງປະເທດມີເງື່ອນໄຂຢ່າງຄົບຖ້ວນເພື່ອນຳການພົວພັນຂຶ້ນສູ່ລະດັບສູງໃໝ່, ທ່ານກໍ່ປາດຖະໜາຢາກໃຫ້ ສອງປະເທດສືບຕໍ່ເຮັດໃຫ້ການຮ່ວມມືໃນຂົງເຂດທີ່ມີຢູ່ແລ້ວເລິກເຊິ່ງກ່ວາອີກ, ພ້ອມທັງເປີດກວ້າງອອກສູ່ບັນດາຂົງເຂດໃໝ່ຄື: ເຫັນເປັນດີຈີຕອນ, ຫັນເປັນສີຂຽວ…

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Kamikawa Yoko. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ສອງຝ່າຍຊຸກຍູ້ການຢ້ຽມຢາມ, ພົບປະຂັ້ນສູງ ແລະ ຍີ່ປຸ່ນຈະໜູນຊ່ວຍຫວຽດນາມ ໃນການສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້ນຕົນເອງ ແລະການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 27 – 29 ມີນາຂອງທ່ານປະທານາທິບໍດີ ບຣທ່ານາຊິນ Lula da Silva ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ບຣາຊິນ.

Top