• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊ​າ​ຄົມ​ໂລກ​ຮຽກ​ຮ້ອງ​ການ​ສືບ​ສວນ​ເອ​ກະ​ລາດ​ກ່ຽວ​ກັບ​ເຫດ​ການ​ໂຮງ​ໝໍ Nasser ຢູ່ ກາ​ຊາ ​ຖືກ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ

“ຮູ້ສຶກເສຍດາຍທີສຸດ” ຕໍ່ເຫດບຸກໂຈມຕີທາງອາກາດ ໂດຍກຳລັງປ້ອງກັນຕົວ Israel (IDF) ປະຕິບັດ ທີ່ເລັ່ງໃສໂຮງໝໍ Nasser ຢູ່ນະຄອນ Khan Younis ທາງທິດໃຕ້ເຂດ ກາຊາ ຊື່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນ, ໃນນັ້ນ ມີນັກຂ່າວ 5 ຄົນ ແລະ ນັກກູ້ໄພກູ້ຊີບຫຼາຍຄົນ."
ປະຊາຊົນ ແລະ ກຳລັງກູ້ໄພກູ້ຊີບພວມພະຍາຍາມຊອກຫາຊາກສົບຜູ້ເສຍຊີວິດໃນບັ້ນບຸກໂຕມຕີ ໂຮງໝໍ Nasser ເມື່ອວັນທີ 25 ສິງຫາ 2025 (ພາບ: REUTERS/Hatem Khaled)

ວັນທີ 25 ສິງຫາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ Israel ປະກາດວ່າ “ຮູ້ສຶກເສຍດາຍທີສຸດ” ຕໍ່ເຫດບຸກໂຈມຕີທາງອາກາດ ໂດຍກຳລັງປ້ອງກັນຕົວ Israel (IDF) ປະຕິບັດ ທີ່ເລັ່ງໃສໂຮງໝໍ Nasser ຢູ່ນະຄອນ Khan Younis ທາງທິດໃຕ້ເຂດ ກາຊາ ຊື່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນ, ໃນນັ້ນ ມີນັກຂ່າວ 5 ຄົນ ແລະ ນັກກູ້ໄພກູ້ຊີບຫຼາຍຄົນ. ຫ້ອງວ່າການນາຍົກລັດຖະມົນຕີໃຫ້ຮູ້ວ່າ: ບັນດາອົງການທະຫານພວມດຳເນີນການສືບສວນຢ່າງລະອຽດ ກ່ຽວກັບວິນາດຕະກຳດັ່ງກ່າວ.

ທ່ານ António Guterres ເລຂາທິການໃຫ່ຍ ສປຊ ໄດ້ກ່າວປະນາມເຫດບຸກໂຈມຕີທາງອາກາດຄັ້ງນີ້ຢ່າງແຮງ ແລະ ຮຽກຮ້ອງໃຫ້ມີການສືບສວນຢ່າງພາວະວິໄສ ແລະ ທັນການ. ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເວົ້າວ່າ “ທ່ານບໍ່ພໍໃຈ” ແລະ “ບໍ່ຢາກເຫັນສິ່ງນີ້ເກີດຂຶ້ນ” ແລະ ເນັ້ນໜັກວ່າ “ພວກເຮົາຕ້ອງຢຸດຝັນທີ່ໂຫດຮ້າຍນີ້”. ສ່ວນທ່ານ Emmanuel Macron  ປະທານາທິບໍດີ ຝະລັ່ງ ໄດ້ເອີ້ນເຫດບຸກໂຈມຈີທາງອາກາດຂອງ Israel ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນນີ້ ແມ່ນ “ບໍ່ອາດອະໄພໄດ້”. ໃນຂະນະນັ້ນ, ທ່ານ David Lammy ລັດຖະມົນຕີການຕ່າງປະເທດ ອັງກິດ ກໍ່ຮຽກຮ້ອງໃຫ້ມີຄຳສັ່ງຢຸດຍິງໃນທັນທີ.

 

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ປີ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.

Top