• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນ​ແຂ​ວງ ຫາຍ​ເຢືອງ ຄຶກ​ຄື້ນ​ມ່ວນ​ຊື່ນ​ກັບ​ງານແຂ່ງ​ຂັນກະ​ໂພກ​ດິນ​

ກະໂພກດິນ ແມ່ນເກມລະຫຼີ້ນພື້ນເມືອງທີ່ມີມາແຕ່ດົນນານຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ຢູ່ ແຂວງ ຫາຍເຢືອງ, ໄລ່ມາຮອດປັດຈຸບັນ, ເກມຫຼີ້ນພື້ນເມືອງນີ້ ຍັງຖືກຮັກສາໄວ້ ແລະ ເສີມຂະຫຍາຍຢູ່ເມືອງ ນິງຢາງ, ເມືອງ ຢາລົກ ແລະ ຕຶ໋ກີ່.
ການນຳແຂວງ ຫາຍເຟືອງ ເປັນຄົນທຳອິດປະຕິບັດການແຂ່ງຂັນກະໂພກດິນ (ພາບ: TTXVN)

ວັນທີ 25 ກຸມພາ, ງານແຂ່ງຂັນກະໂພກດິນ (ຟ໊າວເດິດ) ແຂວງ ຫາຍເຢືອງ ປີ 2024 ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ໂກນເຊີນ - ກຽບບາກ (ນະຄອນ ຈີ໊ລິງ). ງານບຸນດັ່ງກ່າວໄດ້ເຕົ້າໂຮມຜູ້ເຂົ້າຮ່ວມການແຂ່ງຂັນ 210 ຄົນ ທີ່ມາຈາກ 7 ທິມ ຈາກເມືອງຕ່າງໆຂອງແຂວງຫາຍເຢືອງ.

ກະໂພກດິນ ແມ່ນເກມລະຫຼີ້ນພື້ນເມືອງທີ່ມີມາແຕ່ດົນນານຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ຢູ່ ແຂວງ ຫາຍເຢືອງ, ໄລ່ມາຮອດປັດຈຸບັນ, ເກມຫຼີ້ນພື້ນເມືອງນີ້ ຍັງຖືກຮັກສາໄວ້ ແລະ ເສີມຂະຫຍາຍຢູ່ເມືອງ ນິງຢາງ, ເມືອງ ຢາລົກ ແລະ ຕຶ໋ກີ່. ແຕ່ລະປີ, ນັບແຕ່ເດືອນຈຽງຮອດເດືອນ 4 ໄລ່ຕາມຈັນທະປະຕິທິນ, ຢູ່ຫຼາຍທ້ອງຖິ່ນໃນແຂວງ ຫາຍເຢືອງ ຈະຈັດງານແຂ່ງຂັນກະໂພກດິນ.

(ແຫຼ່ງຄັດຈາກ VOV)

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

Top