• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໄວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ນັບແຕ່ຕອນເຊົ້າວັນທີ 25 ກໍລະກົດ, ປະຊາຊົນໃນທົ່ວປະເທດ ໄດ້ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ສະແດງຄວາມອາໄລອາວອນຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່.
ພາບປະກອບ: nhandan.vn

ນັບແຕ່ຕອນເຊົ້າວັນທີ 25 ກໍລະກົດ, ປະຊາຊົນໃນທົ່ວປະເທດ ໄດ້ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ສະແດງຄວາມອາໄລອາວອນຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່.

ຂ້າພະເຈົ້າຢູ່ຫ໋າຍຝ່ອງ. ຂ້າພະເຈົ້າເດີນທາງແຕ່ຫາຍຝ່ອງຕອນ 3 ໂມງເຊົ້າ. ໃນໃຈຂ້າພະເຈົ້າ, ລຸງຈ້ອງແມ່ນການນຳເພື່ອປະຊາຊົນ, ເພື່ອປະເທດຊາດ. ພວກຂ້າພະເຈົ້າມີຊີວິດຄືໃນປັດຈຸບັນ ແມ່ນຍ້ອນມີຄຸນງາມຄວາມດີຂອງລຸງ ແລະ ຂອງພັກ.

ຂ້າພະເຈົ້າແມ່ນນັກຮົບເກົ່າບ້ານຝຸກຊວຽນ, ຕາແສງ ວ້ອງຊວຽນ, ເມືອງຝຸກເທາະ, ຮ່າໂນ້ຍ. ແຕ່ຕອນຄ່ຳວັນທີ 19 ກໍລະກົດເມື່ອໄດ້ຮັບຂ່າວວ່າລຸງເຖິງແກ່ມໍລະນະກຳ ມື້ໃດຂ້າພະເຈົ້າກໍ່ໄຫ້. ເມື່ອເບິງບັນດາຄວາມຊົງຈຳ ລຸງພວມເຮັດວຽກ ຂ້າພະເຈົ້າຮູ້ສຶກອາໄລອາວອນລຸງທີ່ສຸດ. ເພິ່ນໄດ້ອຸທິດສ່ວນທັງຊີວິດຂອງຕົນໃຫ້ປະເທດຊາດ, ປະຊາຊົນ, ເພິ່ນເປັນຄົນທີ່ອ່ອນນ້ອມຖ່ອມຕົວ ແລະ ລຽບງ່າຍ.

ມີປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ໄປຖະຫວາຍທູບທຽນອາໄລຫາທ່ານເລຂາທິການໃຫຍ່ ຢູ່ບັນດາຮາກຖານບູຊາ, ສຳນັກງານສາສະໜາ… ຢູ່ນະຄອນ ຫມີທໍ, ຄະນະຜູ້ຕາງໜ້າສາສະໜາ ກາວດາຍ ໄຕນິງ ຢູ່ແຂວງຕຽນຢາງ ໄດ້ຈັດພິທີໄວ້ອາໄລທ່ານເລຂາທິການໃຫຍ່. ທ່ານທ້າຍຊີແທັງ ຫົວໜ້າຄະນະຜູ້ຕາງໜ້າສາສະໜາ ກາວດາຍ ໄຕນິງ, ແຂວງຕຽນຢາງ, ຢັ້ງຢືນວ່າ:

ບັນດາຜູ້ມີຍົດສັກຕຳແໜ່ງ ຢູ່ບັນດາທ້ອງຖິ່ນຮູ້ສຶກອາໄລອາວອນທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ການນຳສະຫຼາດສ່ອງໄສ ໄດ້ຊ່ວຍປະເທດຊາດໃນຍຸກເຊື່ອມໂຍງເຂົ້າກັບສາກົນ ພວມມີການພັດທະນາແລະ ປ່ຽນແປງໃໝ່. ບັນດາຄຳສັ່ງສອນຂອງທ່ານເລຂາທິການໃຫຍ່ ໂດຍສາສະໜາ ໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃຫ້ແກ່ບັນດາສາສະນິກກະຊົນໃນແຂວງຕຽນຢາງຮ່ຳຮຽນ, ຍົກສູງຄວາມຮູ້ກ່ຽວກັບແບບຢ່າງທີ່ດີຂອງທ່ານເລຂາທິການໃຫຍ່ ເພື່ອປະຕິບັດຕາມ, ປະຕິບັດທິດທາງ ຢູ່ໃນສິນ, ກິນໃນທຳ.

ຢູ່ໄຕງວຽນ, ບັນດາໝູ່ບ້ານ, ແຕ່ຮຸ່ງເຊົ້າ, ພໍ່ແມ່ປະຊາຊົນໄດ້ເຕົ້າໂຮມກັນຢູ່ຫໍປະຊຸມບ້ານ, ປະຕິບັດພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຢ່າງສົມກຽດ. ພາຍຫຼັງພິທີໄວ້ອາໄລ, ປະຊາຊົນໄດ້ຕີບົດກ້ອງດ້ວຍຈັງຫວະທີ່ໂສກເສົ້າເພື່ອ ສັງລາການນຳສູງສຸດຂອງພັກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top