• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ ຊາວ​ຫວຽດ​ນາມ ອາ​ໄຊ​ຢູ່​ຕ່າງ​ປະ​ເທດ​ຕ້ອນ​ຮັບ​ບຸນ​ເຕັດ​ສະຫຼຸ 2021

ວັນທີ 11 ກຸມພາ (ກົງກັນວັນທີ 30 ບຸນເຕັດ), ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດງາມລ້ຽງສະຫຼອງລະດູບານໃໝ່ ສະຫຼຸ 2021, ໂດຍມີການເຂົ້າຮ່ວມຂອງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຍີ່ປຸ່ນ.
ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ກ່າວຄຳເຫັນທີ່ງານລ້ຽງ. (ພາບ: TTXVN)

ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຕີລາຄາສູງຈິດໃຈຮັກແພງກັນ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ກໍ່ຄືຄວາມມານະພະຍາຍາມຂອງບັນດາອົງການຕາງໜ້າ ຫວຽດນາມ ປະຈຳຍີ່ປຸ່ນ ພາຍຫຼັງໂລກລະບາດໂຄວິດ - 19 ເກີດຂຶ້ນ. ທ່ານກໍ່ຮຽກຮ້ອງໃຫ້ບັນດາພະນັກງານ, ພາລະກອນຂອງສະຖານທູດ ແລະ ບັນດາອົງການຕາງໜ້າອື່ນໆຂອງ ຫວຽດນາມ ປະຈຳ ຍີ່ປຸ່ນ ຈົ່ງສືບຕໍ່ມານະພະຍາຍາມໃນປີ 2021 ເພື່ອປະຕິບັດສຳເລັດບັນດາໜ້າທີ່ທີ່ໄດ້ມອບໝາຍ. ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ ຢ່າງເລິກເຊິ່ງກ້ວາງຂວາງ.

ໂດຍເຈືອຈານເຂົ້າກັບບັນຍາກາດ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ກັບພໍ່ແມ່ປະຊາຊົນໃນທົ່ວປະເທດ, ຄ່ຳຄືນວັນທີ 11 ກຸ່ມພາ (ກົງກັບວັນທີ 30 ບຸນເຕັດ), ພໍ່ແມ່ປະຊາຊົນ ຊາວຫວຽດນາມ ເປັນຈຳນວນຫຼາຍ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ໄດ້ໄປຍັງບັນດາວັດຂອງຄົນຫວຽດ ຢູ່ນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບປີໃໝ່, ພາວະນາຂໍໃຫ້ມີການຢູ່ເຢັນເປັນສຸກ, ປະເທດ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກ, ສືບຕໍ່ບັນລຸໄດ້ໄຊຊະນະຫຼາຍຢ່າງໃນທຸກຂົງເຂດຄື ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງທີ່ຕັ້ງບົດບາດຂອງປະເທດໃນເວທີສາກົນ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top