• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ກາດ top 500 ວິ​ສາ​ຫະ​ກິດທີ່​ໃຫຍ່​ທີ່​ສຸດ​ໃນ ຫວຽດ​ນາມ

ຜ່ານ 16 ປີ ສຳເລັດ ແລະ ພັດທະນາ, ເຄື່ອງໝາຍການຄ້າ VNR500 ໄດ້ກາຍເປັນຖານໜູນຊ່ວຍວິສາຫະກິດ ສ້າງຊື່ສຽງ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ໂຄສະນາຮູບພາບໃຫ້ລູກຄ້າ, ຄູ່ຮ່ວມມື ແລະ ນັກລົງທຶນ.
ພິທີປະກາດ top 500 ວິສາຫະກິດທີ່ໃຫຍ່ທີ່ສຸດໃນ ຫວຽດນາມ (VNR500) (ພາບ: : haiquanonline.com.vn)
ຕອນບ່າຍວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ບໍລິສັດ ຫຸ້ນສ່ວນ ລາຍງານການຕີລາຄາ ຫວຽດນາມ (Vietnam Report) ສົມທົບກັບສື່ເອເລັກໂຕນິກ ຫວຽດນາມເນັດ ຈັດພິທີປະກາດ top 500 ວິສາຫະກິດທີ່ໃຫຍ່ທີ່ສຸດໃນ ຫວຽດນາມ (VNR500) ແລະ top 10 ວິສາຫະກິດ ທີ່ມີຊື່ສຽງຂອງບັນດາຂະແໜງ ການຢາ - Logistics - ທ່ອງທ່ຽວ - ຂົນສົ່ງຜູ້ໂດຍສານ - ຫົວອາຫານສັດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຂອງປີ 2022.

ຕາງໜ້າ ບໍລິສັດ Vietnam Report ໃຫ້ຮູ້ວ່າ ໃນສະພາບການໃໝ່, ບັນດາວິສາຫະກິດ VNR500 ແລະ top 10 ວິສາຫະກິດ ທີ່ມີຊື່ສຽງບັນດາຂະແໜງຈຸດສຸມ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຮັກສາຖານະບົດບາດ ແລະ ທີ່ຕັ້ງການເປັນຜູ້ນຳ ຂອງພື້ນຖານເສດຖະກິດ ປະເທດຊາດ, ດ້ວຍບັນດາຍຸດທະສາດທີ່ມີປະສິດທິຜົນ, ກ້າວໜ້າໃນການຫັນເປັນດີຈີຕອນ ແລະ ປ່ຽນໃໝ່ຈິນຕະນາການການຄຸ້ມຄອງ; ສະແດງໃຫ້ເຫັນເຖິງຄຸນທາດ ແລະ ແຮງຕ້ານທານຢ່າງເຂັ້ມແຂງເພື່ອ ຜ່ານຜ່າ ໂລກລະບາດ, ຟື້ນຟູການເຄື່ອນໄຫວດຳເນີນທຸລະກິດໃຫ້ແໜ້ນແກ່ນເທື່ອລະກ້າວ. ຜ່ານ 16 ປີ ສຳເລັດ ແລະ ພັດທະນາ, ເຄື່ອງໝາຍການຄ້າ VNR500 ໄດ້ກາຍເປັນຖານໜູນຊ່ວຍວິສາຫະກິດ ສ້າງຊື່ສຽງ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ໂຄສະນາຮູບພາບໃຫ້ລູກຄ້າ, ຄູ່ຮ່ວມມື ແລະ ນັກລົງທຶນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top