• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເພນີອາຫານການກິນໃນການຕ້ອນຮັບບຸນກິນຈຽງ (ບຸນເຕັດ)ຂອງຊາວເຜົ່າມົ້ງ

      ເມື່ອດອກຄາຍດອກໝັ້ນເບັ່ງບານໃນຄວາມໜາວເຢັນຢູ່ເຂດພູສູງໄຕບັກ ນັ້ນກໍແມ່ນເວລາທີ່ພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງ ຕ້ອນຮັບວັນບຸນກິນຈຽງ (ບຸນເຕັດຢ່າງເບີກບານມ່ວນຊື່ນໂດຍແຕກຕ່າງກັບຊາວເຜົ່າກິງຊາວເຜົ່າມົ້ງໄດ້ຈັດງານບຸນກິນຈຽງໃນວັນທີ 01  ເດືອນ 12 (ໄລ່ຕາມຈັນປະຕິທິນ), ໝາຍຄວາມວ່າ vຈັດກ່ອນ ບຸນປີໃຫມ່ປະຈຳຊາດ 01 ເດືອນງານບຸນກິນຈຽງຂອງຊາວເຜົ່າມົ້ງແມ່ນສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະໃນວັນບຸນກິນຈຽງຊາວເຜົ່າມົ້ງຍັງຄົງຮັກສາບາງຮີດຄອງປະເພນີທີ່ມີມາແຕ່ດົນນານໄວ້ໄດ້ເປັນຕົ້ນແມ່ນວັດທະນາທຳດ້ານອາຫານການກິນໃນ

ພິທີຕ້ອນຮັບງານບຸນກິນຈຽງຂອງຊາວເຜົ່າມົ້ງ
      ຍັງອີກ 2 – 3 ວັນ ຈື່ງຮອດວັນບຸນກິນຈຽງ, ແຕ່ຄອບຄົວຂອງພໍ່ເຖົ້າ ຢາງອາເກີ ຊາວເຜົ່າມົ້ງຢູ່ເມືອງ ເວິນໂຮ່, ແຂວງ ເຊີນລາ ກໍ່ໄດ້ຫ້າງຫາກະກຽມໃຫ້ງານບຸນກິນຈຽງເປັນທີ່ຮຽບຮ້ອຍແລ້ວ. ໃນຄອບຄົວ, ຜູ້ຊາຍຈະເປັນຜູ້ກະກຽມສ້ອມແປງ, ມ້ຽນມັດ, ອານະໄມ ແລະ ປະດັບປະດາຮ້ານບູຊາ, ສ່ວນແມ່ຍິງແມ່ນຜູ້ກະກຽມເຄື່ອງຢູ່ຂອງກິນໝົດມື້ ເພື່ອແຕ່ງພາເຂົ້າໃນວັນບຸນກິນຈຽງ. ຊາວເຜົ່າມົ້ງສ່ວນຫຼາຍແມ່ນດຳລົງຊີວິດຢູ່ເຂດພູສູງ, ມີຄວາມຊີນເຄີຍກັບການເຮັດກະສິກຳແບບກຸ້ມຕົນເອງ, ສະນັ້ນ ເກືອບຄືວ່າຄອບຄົວໃດກໍລ້ຽງໝູ, ລ້ຽງໄກ່ເອງ ເພື່ອຮັບໃຊ້ໃຫ້ງານບຸນກິນຈຽງນີ້. ພໍ່ເຖົ້າ ຢາງອາເກີ ໃຫ້ຮູ້ວ່າ:
ຊາວເຜົ່າມົ້ງກະກຽມບຸນກິນຈຽງສ່ວນຫຼາຍແມ່ນລ້ຽງໝູລ້ຽງໄກ່ພິເສດ ແມ່ນການກະກຽມເຮັດເຂົ້າປະປາ(ຢົວໃຫ້ບັນດາຫຼານນ້ອຍຊີ້ນທີ່ກະກຽມສຳລັບບຸນກິນຈຽງແມ່ນໝູ 01 ໂຕ ແລະ ໄກ່ 02 ໂຕພາຍຫລັງກິນຈຽງແລ້ວແມ່ນຈະກະກຽມໃຫ້ປີຕໍ່ໄປອີກ”.
        ວຽກງານທີ່ຊາວເຜົ່າມົ້ງຖືເປັນສຳຄັນທີ່ສຸດໃນບຸນກິນຈຽງແມ່ນການກະກຽມພາເຂົ້າສຳລັບວັນບຸນ. ຊາວເຜົ່າມົ້ງແຕ່ງພາເຂົ້າບູຊາໃນ 03 ມື້ ຂອງບຸນກິນຈຽງ ເພື່ອສະແດງຄວາມຮູ້ບຸນຄຸນບັນພະບຸລຸດ ແລະ ເພື່ອຕ້ອນຮັບແຂກ. ຊີ້ນໄກ່, ຊີ້ນໝູ ແມ່ນສິ່ງທີ່ຂາດບໍ່ໄດ້ໃນພາເຂົ້າໃນບຸນກິນຈຽງ. ຊາວເຜົ່າມົ້ງຈັດວັນບຸນກິນຈຽງເປັນເວລາ 03 ມື້ ແຕ່ກໍມີບາງແຫ່ງຈັດຮອດ 6 – 7 ມື້, ສະນັ້ນ ການຫ້າງຫາກະກຽມພາເຂົ້າໃນມື້ບຸນແມ່ນພິຖີພິຖັນພໍສົມຄວນ.
ສິ່ງທີ່ພິເສດແມ່ນໃນພາເຂົ້າບຸນກິນຈຽງຂອງຊາວເຜົ່າມົ້ງຈະບໍ່ມີເຍື່ອງໃສ່ຜັກຫຼາຍ, ເຖິງວ່າຜັກແມ່ນອາຫານທີ່ກິນປະຈຳວັນກໍຕາມ, ຄຽງຄູ່ກັນນັ້ນ, ເຍື່ອງແກງກໍບໍ່ປະກົດມີໃນພາເຂົ້າໃນວັນບຸນກິນຈຽງນີ້. ຕາມພໍ່ເຖົ້າ ຢາງອາເກີ ແລ້ວ, ສາຍເຫດທີ່ເປັນຄືແນວນັ້ນແມ່ນຍ້ອນວ່າ ຊາວເຜົ່າມົ້ງຄະລຳກິນຜັກ ແລະ ແກງໃນມື້ກິນຈຽງ. ພໍ່ເຖົ້າ ຢາງອາເກີ ໃຫ້ຮູ້ວ່າ:
        ໃນພາເຂົ້າວັນບຸນຕ້ອງມີຄົບທຸກເຍື່ອງອາຫານຄືຊີ້ນໝູຊີ້ນໄກ່ເຂົ້າປະປາພິເສດ ນັບແຕ່ເຊົ້າວັນທີ1, 2 , 3 ຂອງບຸນກິນຈຽງ ຊາວເຜົ່າມົ້ງຈະບໍ່ກິນຜັກ ພຽງແຕ່ຈະກິນຊີ້ນເທົ່ານັ້ນຍ້ອນວ່າຕາມປະເພນີຜູ້ເຖົ້າຜູ້ແກ່ທີ່ໄດ້ສືບທອດກັນມາກ້າວເຂົ້າສູ່ປີໃໝ່ແມ່ນກິນຊີ້ນຈຶ່ງມີໂຊກລາບປະສົບຜົນສຳເລັດໃນໜ້າທີ່ການງານ.  ຖ້າຫາກກິນເຂົ້າໃນວັນບຸນກິນຈຽງນັ້ນ ເມື່ອເວລາໄປໄຮ່ຝົນມັກຕົນ ແລະບໍ່ໄດ້ຮັບຄວາມສະດວກໃນການທຳມາຫາກິນ
ຊາວເຜົ່າມົ້ງເຮັດເຂົ້າປະປາ 
      ນອກຈາກເຍື່ອງຊີ້ນແລ້ວ, ໃນພາເຂົ້າວັນບຸນກິນຈຽງຂອງຊາວເຜົ່າມົ້ງຢູ່ແຂວງຮ່າຢາງ ຍັງມີເຂົ້າໜົມບົວລອຍ, ເຍື່ອງແມນແມນ ຊື່ງແມ່ນເຍື່ອງອາຫານທີ່ປຸງແຕ່ງຈາກແປ້ງສາລີນຳອີກ. ສຳລັບຊາວເຜົ່າມົ້ງຢູ່ຮ່າຢາງແລ້ວ, ເຂົ້າໜົ້ມບົວລອຍມີຮູບມົນກົມ ແມ່ນສັນຍາລັກໃຫ້ແກ່ຄວາມຮັ່ງມີ ແລະ ຜາສຸກ.
        ພ້ອມກັນການກະກຽມພາເຂົ້າໃນວັນບຸນກິນຈຽງ ກໍແມ່ນການປະດັບປະດາຮ້ານບູຊາ ເຊິ່ງບັນດາຄອບຄົວຊາວເຜົ່າມົ້ງຖືເປັນສຳຄັນທີ່ສຸດ. ທຳມະດາແລ້ວ ເຈົ້າຂອງເຮືອນຈະພັບເຈັ້ຍຟາງ, ເຈັ້ຍສີແລ້ວຕັດໃຫ້ເປັນພວງຍອຍລົງເພື່ອປະດັບປະດາຮ້ານບູຊາ.
ຊາວເຜົ່າມົ້ງຈະບໍ່ຊື້ເຄື່ອງປະດັບປະດາທີ່ເຮັດສຳເລັດຮູບແລ້ວ ແຕ່ຈະເຮັດເອງ ເພື່ອສະແດງຄວາມຈິງໃຈ, ຄວາມກະຕັນຍູຕໍ່ບັນພະບູລຸດ. ຕາມປົກກະຕິ, ແຕ່ລະຮ້ານບູຊາຈະມີກ່ອງເຈັ້ຍສີ່ລ່ຽມທີ່ມີມັດເຈັ້ຍເງິນເຈັ້ຍຄຳຢູ່ໃນກ່ອງ ແມ່ນ 03 ກ່ອງ, ນັ້ນເປັນສັນຍາລັກໃຫ້ບັນພະບູລຸດ 3 ຊົ່ວໂຄດ. ໄກ່ຜູ້ແມ່ນສິ່ງທີ່ຂາດບໍ່ໄດ້ໃນບຸນກິນຈຽງຂອງຊາວເຜົ່າມົ້ງ ຍ້ອນວ່າ ຕາມປະເພນີ ແລ້ວ, ໄກ່ຜູ້ຈະຂັນເອີ້ນພະອາທິດນຳມາເຊິ່ງຄວາມໂຊກດີໃນວັນປີໃໝ່.
ວີທີປະດັບປະດາຮ້ານບູຊາຂອງຊາວເຜົ່າມົ້ງຂ້ອນຂ້າງລຽບງ່າຍ ແຕ່ບໍ່ແມ່ນຜູ້ໃດກໍເຮັດໄດ້, ຍ້ອນຕາມຮີດຄອງປະເພນີ ແມ່ນມີແຕ່ບັນດາຜູ້ຊາຍທີ່ມີໜ້າທີ່ຮັບຜິດຊອບສຳຄັນໃນຄອບຄົວ ຈິ່ງສາມາດເຮັດວຽກນີ້ໄດ້. ສ່ວນການບູຊາບັນພະບູລຸດຈະເລີ່ມຂຶ້ນ ເມື່ອພໍ່ເຖົ້າ ຢາງອາເກີ ນຸ່ງຊຸດທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ ແລ້ວນັ່ງລົງຕໍ່ໜ້າຮ້ານບູຊາພາວະນາຕໍ່ບັນພະບູລຸດ.
ພໍ່ເຖົ້າ ຢາງອາເກີ ທັງພາວະນາ, ທັງຕັກເຂົ້າ, ທັງຈີກຊີ້ນໄກ່ໃສ່ແຕ່ລະຖ້ວຍເຂົ້າບູຊາ ຄືດັ່ງສະແດງຄວາມໃສ່ໃຈໃນການເຊີນບັນພະບູລຸດມາຮ່ວມມ່ວນຊື່ນພ້ອມກັບລູກຫຼານໃນວັນບຸນກິນຈຽງ. ບົດສູດໃນພິທີບູຊາ ບາງເທື່ອແກ່ຍາວເຖິງ  30 ນາທີ. ຫຼັງຈາກພິທີບູຊາບັນພະບູລຸດສຳເລັດແລ້ວ ຈຶ່ງແມ່ນເວລາທີ່ໝົດທຸກຄົນໃນຄອບຄົວພ້ອມກັນເຕົ້າໂຮມກັນ ເພື່ອກິນເຂົ້າໃນຄາບເຂົ້າທ້າຍປີ.
ເຖິງວ່າຈະຢູ່ແຕ່ລະແຫ່ງທີ່ແຕກຕ່າງກັນ, ແຕ່ຮູບການ, ວິທີຕ້ອນຮັບບຸນກິນຈຽງຂອງຊາວເຜົ່າມົ້ງ ກໍຍັງມີຈຸດທີ່ຄ້າຍຄືກັນ. ບັນດາພາເຂົ້າໃນວັນບຸນກິນຈຽງຂອງຊາວເຜົ່າມົ້ງ ບໍ່ວ່າຢູ່ບ່ອນໃດກໍມີຊີ້ນໄກ່, ຊີ້ນໝູ ແລະ ເຫຼົ້າແຊບ ຄືດັ່ງສະແດງເຖິງຄວາມຫວັງວ່າ ໃນປີໃໝ່ຈະທຳມາຫາກິນສະດວກ, ປີຕໍ່ໄປຈະມີບຸນຈຽງທີ່ມັ່ງຄັ່ງ ແລະ ຜາສຸກກວ່າປີທີ່ຜ່ານມາ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top