• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດຕ່າງໆຜັນຂະຫຍາຍຫຼາຍມາດຕະການປ້ອງກັນ, ຕ້ານໂລກລະບາດ Covid-19

      ວັນທີ 14 ມີນນາ, ຫຼາຍປະເທດໄດ້ພ້ອມກັນເພີ່ມທະວີບັນດາຕະການປ້ອງກັນ, ຕ້ານໂລກລະບາດ Covid-19.

(ພາບປະກອບ: TTXVN)
      ທ່ານນາຍົກລັດຖະມົນຕີແອດສະປາຍ Pedro Sanchez ໄດ້ອອກຄຳສັ່ງປິດລ້ອມເຂດດິນແດນປະເທດນີ້ເກືອບທັງໝົດ ເພື່ອແນໃສ່ສະກັດກັ້ນໂລກລະບາດໃນຢ່າງໜ້ອຍສຸດໃນເວລາ 15 ວັນ.
  ອົງການສາທາລະນະສຸກຝລັງ ໄດ້ປະກາດວ່າປະເທດນີ້ກ້າວເຂົ້າສູ່ໄລຍະທີ 3 ຂອງໂລກລະບາດ Covid-19 ຢ່າງເປັນທາງການ. ໃນໄລຍະນີ້, ຝລັ່ງ ຈະນຳໃຊ້ບັນດາມາດຕະການແຮງ ເພື່ອແນໃສ່ຈຳກັດການກະທົບຈາກໂລກລະບາດ. ປະຈຸບັນ, ຝລັງ ໄດ້ປິດປະຕູຮາກຖານການສຶກສາ, ສະຖານທີ່ຢ້ຽມຊົມ, ທ່ອງທ່ຽວ…. ທຸກແຫ່ງ; ຈຳກັດການຈັດບັນດາເຫດການທີ່ມີຫຼາຍຄົນ; ຍົກເລິກບັນດາເຫດການວັດທະນະທຳ, ກິລາ.
   ນັບແຕ່ວັນທີ 14 ມີນາ, ປະເທດໂປໂລຍ ແລະ ສ.ເຊັກໂກ ໄດ້ປະກາດສະພາບສະພາວະສຸກເສີນລະດັບຊາດ ແລະ ພ້ອມກັນປິດປະຕູເຂດຊາຍແດນທັງໝົດ.
  ສ່ວນທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ປະກາດວ່າ: ປະເທດນີ້ປິດປະຕູເຂດຊາຍແດນທາງບົກຕິດກັບ ໂປໂລຍ ແລະ ນອກແວ ນັບແຕ່ວັນທີ 15 ມີນາເປັນຕົ້ນໄປ, ນຳໃຊ້ສຳຫຼັບຊາວຕ່າງປະເທດທຸກຄົນໄປລັດເຊຍ ເວັ້ນເສຍແຕ່ພົນລະເມືອງ Belarus ແລະ ບັນດາສະມາຊິກຂອງຄະນະຜູ້ແທນທາງການ ແລະ ພົນລະເມືອງຂອງລັດເຊຍ.
  ປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດສະພາບສະພາວະສຸກເສີນລະດັບຊາດຍ້ອນໂລກລະບາດ Covid-19. ໃນວັນດຽວກັນ, ລັດຖະບານອາເມລິກາ ກໍ່ໄດ້ປະກາດຄຳສັ່ງເກືອດຫ້າມການໄປມາຈາກ ເອີລົບ, ອັງກິດ ແລະ Ireland ໃນສະພາບການທີ່ຈຳນວນຜູ້ເສຍຊີວິດຢູ່ ອັງກິດ ໄດ້ເພີ່ມຂຶ້ນສູງ.
    ໃນຂະນະນັ້ນ, ຫ້ອງການປະທານາທິບໍດີ Syria ໃຫ້ຮູ້ວ່າ ປະເທດນີ້ຈະໂຈະການເລືອກຕັ້ງສະພາແຫ່ງຊາດຈົນຮອດວັນທີ 20 ພຶດສະພາ ເພື່ອປ້ອງກັນໂລກລະບາດ Covid-19.
ລັດຖະບານກຳປູເຈຍ ໄດ້ຕັດສິນໃຈປິດປະຕູບັນດາໂຮງຮຽນຢູ່ Phnom Penh ແລະ Siem Reap, ສ່ວນລັດຖະບານລາວ ໄດ້ຕັດສິນໃຈໂຈະການຈັດ 4 ກອງປະຊຸມຂັ້ນສູງຂອງພາກພື້ນ ຊື່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນມານີ້ຢູ່ນະຄອນຫຼວງວຽງຈັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 6 ປະເທດ.

Top