• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຈົດຈຳບຸນຄຸນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຕະຫຼວດໄປ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ບັນດາຜູ້ແທນປະຕິບັດພິທີກຳ, ຖະຫວາຍດອກໄມ້, ທູບທຽນ
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖະຫວາຍດອກໄມ້, ທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ແຂວງ ກວາງຈິ້. (ພາບ: Dương Giang/TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025), ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ແຂວງ ກວາງຈິ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີໄຕ້ທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດລະດັບຊາດ ເພື່ອອາໄລຫາ, ຕອບບຸນແທນຄຸນບຸນຄຸນອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ບັນດາຜູ້ແທນປະຕິບັດພິທີກຳ, ຖະຫວາຍດອກໄມ້, ທູບທຽນ ແລະ ສະຫງວນເວລາ 1 ນາທີກົ້ນຫົວອາໄລຫາບຸນຄຸນຂອງປະທານ ໂຮ່ຈິມິນ, ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໄດ້ຈົດຈຳບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປວຍທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອໃຫ້ປະເທດ ຫວຽດນາມ ມີສັນຕິພາບ, ເປັນເອກະພາບ ແລະ ພັດທະນາຄືໃນປະຈຸບັນ; ປະຊາຊົນອິມໜຳສຳລານ, ສົມບູນພຸນສຸກ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍບັນດາແຜນນະໂຍບາຍຂອງພັກໃຫ້ມີປະສິດທິຜົນ; ກວດກາ, ເພີ່ມເຕີມ, ສ້າງນະໂຍບາຍຂອງລັດ ສຳລັບຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງກັບລະບອບ, ນະໂຍບາຍໃຫ້ນັບມື້ນັບເປັນຢ່າງດີກວ່າ ແລະ ຮອບດ້ານກວ່າ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມອບຂອບວັນ 80 ພູດໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top