• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະສິດທິຜົນຈາການນຳໃຊ້ເຕັກໂນໂລຊີໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ເປັນຄັ້ງທຳອິດທີ່ມີກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຖ່າຍຖອດສົດໄປຍັງ 7.400 ຈຸດໃນທົ່ວປະເທດ.
 
(ສະມາຊິກພັກແຕ່ລະຄົນໄດ້ຮັບຂໍ້ມູນຫຼັກແຫຼ່ງ, ບັນດາຈຸດໃໝ່ໃນມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ຈາກບັນດາການນຳພັກ
, ລັດ ໂດຍກົງ)
      ກອງປະຊຸມທາງອອນລາຍທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຫາກໍ່ສິ້ນສຸດລົງພາຍຫຼັງເຮັດວຽກມາເປັນເວລາ 2 ວັນ. ເປັນຄັ້ງທຳອິດທີ່ມີກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຖ່າຍຖອດສົດໄປຍັງ 7.400 ຈຸດໃນທົ່ວປະເທດ. ສະມາຊິກພັກແຕ່ລະຄົນໄດ້ຮັບຂໍ້ມູນຫຼັກແຫຼ່ງ, ບັນດາຈຸດໃໝ່ໃນມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈາກບັນດາການນຳພັກ, ລັດ ໂດຍກົງ. ພຽງໃນເວລາ 2 ວັນ, ມີຫຼາຍບັນຫາສຳຄັນໄດ້ວາງອອກເຊິ່ງບັນດາພະນັກງານ, ສະມາຊິກໄດ້ຮັບຮູ້ຢ່າງໄວວາພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໄດ້ຊ່ວຍໃຫ້ວິວັດການປະຕິບັດມະຕິຈະແຈ້ງກວ່າ:
        “ຂ້າພະເຈົ້າເຫັນວ່າ, ຄັ້ງທຳອິດຂອງການຜັນຂະຫຍາຍມະຕິທີ່ນຳໃຊ້ບັນດາຜົນງານທີ່ດີຈາກເຕັກໂນໂລຊີ 4.0 ແມ່ນມີຄວາມແຕກຕ່າງ. ກ່ອນນີ້, ພວກຂ້າພະເຈົ້າໄດ້ຮັບຟັງຜ່ານນັກລາຍງານ. ເຖິງຢ່າງໃດກໍ່ຕາມ, ໃນຄັ້ງນີ້ພວກຂ້າພະເຈົ້າໄດ້ຮັບຟັງບັນດາເອກະສານຂອງພັກ ຈາກການນຳພັກ, ລັດໂດຍກົງ. ສິ່ງດັ່ງກ່າວໄດ້ສ້າງຜົນກະທົບທີ່ດີຢ່າງໃຫຍ່ຫຼວງ”.
        “ບັນດານັກລາຍງານເຜີຍແຜ່, ເຊື່ອມຊຶມມະຕິໃນຄັ້ງນີ້ ແມ່ນບັນດານັກລາຍງານພິເສດ, ລ້ວນແຕ່ແມ່ນບັນດາການນຳຫຼັກແຫຼ່ງ, ບັນດາສະມາຊິກໃນກົມການເມືອງຄື ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ; ຜູ້ປະຈຳການຄະນະເລຂາສູນກາງພັກ ຫວໍວັນເຖືອງ; ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໊ງ… ເລື່ອງເຊື່ອມຊຶມ, ເຜີຍແຜ່, ໂຄສະນານຳມະຕິເຂົ້າສູ່ຊີວິດຄືແນວນັ້ນແມ່ນມີຄວາມໝາຍທີ່ສຸດ.”
 (ແຫຼ່ງຄັດຈາກ VOV)
 

ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ທ່ານປະທານປະເທດ ສະເໜີ ບິ່ງເຟືອກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຢ່າງແຮງ, ພ້ອມກັບທົ່ວປະເທດ ກ້າວເຂົ້າສູ່ສັງກາດໃໝ່.

Top