• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະມວນກົດໝາຍແຮງງານສະບັບປັບປຸງຈະໄດ້ພິຈາລະນາຮັບຮອງເອົາໃນກອງປະຊຸມເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14

      ປະມວນກົດໝາຍແຮງງານສະບັບປັບປຸງ ຈະໄດ້ພິຈາລະນາຮັບຮອງເອົາໃນກອງປະຊຸມເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ດຳເນີນໃນເດືອນຕຸລາປີ 2019. 

 ກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ ຮ່າງປະມວນກົດໝາຍ (ພາບ: nhandan.com.vn)
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ ຮ່າງປະມວນກົດໝາຍດັ່ງກ່າວ ຊື່ງດຳເນີນໃນວັນທີ 5 ແລະ 6 ສິງຫາ ຢູ່ ນະຄອນ ດາລາດ, ແຂວງ ເລີມດົງ, ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ເລື່ອງປັບປຸງປະມວນກົດໝາຍແຮງງານ ຈະປະກອບສ່ວນສ້າງການພົວພັນແຮງງານໃຫ້ມີຄວາມກ້າວຫນ້າ, ກົມກຽວ, ສະຖຽນລະພາບໃນສະພາບການໃຫມ່ ແລະ ຊຸກຍູ້ຕະຫລາດແຮງງານໃຫ້ພັດທະນາ.
“ໂດຍອີງໃສ່ບັນດາຄຳເຫັນປືກສາຫາລືທີ່ກອງປະຊຸມສຳມະນາ, ຂ້າພະເຈົ້າສະເຫນີ ສະຖາບັນຄົ້ນຄ້ວານິຕິບັນຍັດ ລວບລວມຄຳເຫັນປະກອບຢ່າງຄົບຖ້ວນຕາມໝວດບັນຫາ ແລະ ເອົາບົດຮຽນຈາກສາກົນ. ນອກນັ້ນ ສະຫນອງຂໍ້ມູນຕື່ມອີກໃຫ້ບັນດາອົງການກ່ຽວຂ້ອງ, ສະມາຊິກສະພາແຫ່ງຊາດ ຄົ້ນຄ້ວາ, ທາບທ່າມຄຳເຫັນໃນວິວັດການປັບປຸງ, ປຶກສາຫາລື, ພິຈາລະນາຮັບຮອງເອົາຮ່າງກົດໝາຍທີ່ກອງປະຊຸມເທື່ອທີ 8 ຈະມາເຖິງ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top