• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານ ໂຮ່ຈີມິນ ໄດ້ອຸທິດສ່ວນຕະຫລອດຊີວິດຂອງຕົນໃຫ້ແກ່ພາລະກິດການປະຕິວັດຂອງພັກ, ປະເທດຊາດ, ປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ຕອນເຊົ້າວັນທີ 19 ພຶດສະພາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ອອກອາກາດສົດລາຍການກະຈາຍສຽງພິເສດດ້ວຍຫົວຂໍ້ວ່າ “ລຸງໂຮ່ຂອງພວກເຮົາ”. 

 (ພາບປະກອບ)

ລາຍການກະຈາຍສຽງດຳເນີນແຕ່ເວລາ 7 – 9 ໂມງເຊົ້າ ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນຢູ່ພາຍໃນ ແລະ ຕ່າງປະເທດ. ເຂົ້າຮ່ວມລາຍການກະຈາຍສຽງ, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV, ແມ່ນຜູ້ທີ່ມີການຄົ້ນຄວ້າກ່ຽວກັບປະທານໂຮ່ຈີມິນ ມາເປັນເວລາຫລາຍປີ ໄດ້ແບ່ງປັນກັບທ່ານຜູ້ຟັງກ່ຽວກັບຊີວິດອັນຍິ່ງໃຫຍ່, ເພື່ອປະເທດຊາດ, ເພື່ອປະຊາຊົນຂອງຜູ້ນຳທີ່ແສນເຄົາລົບຮັກ ກໍ່ຄືບັນດາປັດໄຈທີ່ມີຜົນສະທ້ອນ ແລະ ສ້າງແນວຄິດ, ຄຸນນະທາດອັນສູງສົ່ງຂອງປະທານໂຮ່ຈີມິນຂຶ້ນ. ແລະກໍ່ໃນລາຍການກະຈາຍສຽງ, ຜ່ານການໂອ້ລົມຂອງນັກຂ່າວ VOV ປະຈຳ ຝຣັ່ງ ກັບທ່ານ Alain Russio ນັກປະຫວັດສາດວິທະຍາ ຝຣັ່ງ, ຜູ້ທີ່ມີການຄົ້ນຄວ້າກ່ຽວກັບອິນດູຈີນ ແລະ ຫວຽດນາມ ຢ່າງຫລວງຫລາຍ, ພິເສດແມ່ນໄດ້ມີຫລາຍກິດຈະການຄົ້ນຄວ້າກ່ຽວກັບປະທານໂຮ່ຈີມິນ, ທ່ານຜູ້ຟັງໄດ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບຜູ້ນຳດີເລີດຂອງ ຫວຽດນາມ ໃນໄລຍະປະທານໂຮ່ຈີມິນ ເຄື່ອນໄຫວຢູ່ ຝຣັ່ງ. ພິເສດແມ່ນເລື່ອງລາວຂອງທ່ານສາດສະດາຈານ ຮ່ວາງຈີ໊ບ໋າວ ໄດ້ສະແດງໃຫ້ເຫັນ ສິ່ງໃດທີ່ເຮັດໃຫ້ປະທານໂຮ່ຈີມິນ ກາຍເປັນຜູ້ນຳຍິ່ງໃຫຍ່ ບໍ່ພຽງແຕ່ຢູ່ໃນຈິດໃຈປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງນັບທັງທົ່ວໂລກອີກດ້ວຍ.

        ວັນທີ 19 ພຶດສະພາ, ໜັງສືພິມເຍິນເຢິນ (ປະຊາຊົນ) ມີບົດນຳດ້ວຍຫົວຂໍ້ວ່າ “ແນວຄິດໂຮ່ຈີມິນ ປະກາຍແຈ້ງໄປພ້ອມກັບຊາດ ແລະ ຍຸກສະໄໝຕະຫລອດການ”, ເຊິ່ງເນັ້ນວ່າ: ການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ໃນປີນີ້ ກົງກັບໂອກາດທົ່ວພັກ, ທົ່ວປວງຊົນພວມສຸມໃສ່ດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

        ດ້ວຍຫົວຂໍ້: ເພິ່ນແມ່ນຄວາມໄວ້ເນື້ອເຊື່ອໃຈແຫ່ງໄຊຊະນະຢ່າງແທ້ຈິງ, ວັນທີ 19 ພຶດສະພາ, ໜັງສືພິມກອງທັບປະຊາຊົນ ເນັ້ນວ່າ: ການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ, ຕິດພັນກັບການປະຕິບັດບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມເປັນນາມມະຍົດທະຫານລຸງໂຮ່” ຍຸກສະໄໝໃໝ່, ສ້າງກອງທັບປະຊາຊົນປະຕິວັດ, ກອງທັບຫລວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ, ປົກປັກຮັກສາພັກ, ລັດ, ລະບອບສັງຄົມນິຍົມ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

Top