• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານ ກູບາ ຮຽກຮ້ອງໃຫ້ລົບລ້າງກົງຈັກອາດຍາສິດ ແລະ ຮັບຟັງປະຊາຊົນ

      ກ່າວຄຳເຫັນໃນການລົງຢ້ຽມຢາມບັນດາແຂວງທາງທິດຕາເວັນອອກ Holguin ໃນອາທິດຜ່ານມາ, ທ່ານປະທານສະພາແຫ່ງລັດ ແລະ ລັດຖະມົນຕີ ກູບາ Miguel Diaz-Canel ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ແຫ່ງລັດຕໍ່ສູ້ຕ້ານອາດຍາສິດ ແລະ ຮັບຟັງຄຳຄິດເຫັນຂອງປະຊາຊົນ.
ທ່ານປະທານ ກູບາ ຢືນຢັນວ່າ: ຄວນປະຕິບັດບັນດາການເຄື່ອນໄຫວຂອງລັດຖະບານໃຫ້ໂປ່ງໃສ ກໍ່ຄືອະທິບາຍຈະແຈ້ງໃຫ້ປະຊາຊົນ ກ່ຽວກັບສິ່ງໃດ ຊຶ່ງລັດຖະບານພວມປະຕິບັດ ແລະ ເນັ້ນໜັກວ່າ ລັດຖະບານຄວນກຳແໜ້ນລາຍລະອຽດບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດບັນດາໜ້າທີ່ຂອງລັດຖະບານຢູ່ທຸກຂັ້ນ ແລະ ບໍ່ໃຫ້ຕີລາຄາຕ່ຳບັນດາຄຳຮ້ອງທຸກ ແລະ ແນວຄວາມຄິດຂອງປະຊາຊົນໂດຍເດັດຂາດ.
        ທ່ານປະທານ Miguel Diaz-Canel ຖືວ່າ: ບັນດາເຈົ້າໜ້າທີ່ແຫ່ງລັດ, ລວມມີທ່ານເອງ ແລະ ລັດຖະບານ, ຄວນມີການກະທຳຕາມ “ແບບແຜນກຳເຮັດວຽກຂະຫຍັນຂັນເຄື່ອນ”, ແລະ ປະກາດຢ່າງມີລະບົບກ່ຽວກັບວຽກງານຂອງຕົນ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ..

Top