• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານໂຮ່ຈີມິນ, ຜູ້ນຳພາການປະຕິວັດຫວຽດນາມໄປສູ່ໄຊຊະນະ

      ໃນການເດີນທາງຊອກຫາເສັ້ນທາງກູ້ຊາດ, ປະທານໂຮ່ຈີມິນ ໄດ້ເດີນຕາມລັດທິ ມາກ - ເລນິນ, ເຂົ້າຮ່ວມການສ້າງຕັ້ງພັກກອມມູນິດຝລັ່ງ ປີ 1920 ແລະ ກາຍເປັນນັກກອມມູນິດຫວຽດນາມ ຄົນທຳອິດ.

(ພາບປະກອບຈາກອີນເຕີແນັດ)
      ຈາກນັ້ນ, ເພີ່ນໄດ້ສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ບັນດາການອຸທິດສ່ວນຂອງປະທານໂຮ່ຈີມິນ ນັ້ນ ກໍ່ໄດ້ຮັບຄວາມນິຍົມນັບຖືເປັນພິເສດຈາກບັນດາເພື່ອນມິດສາກົນ.
          ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ປະທານໂຮ່ຈີມິນ ໄດ້ໄປເຖິງຫຼາຍປະເທດໃນໂລກ, ແຕ່ຈີນ ແມ່ນປະເທດທີ່ເພີ່ນໄດ້ພ່ຳນັກເປັນເວລານານທີ່ສຸດ. ຢູ່ທີ່ນີ້, ເພີ່ນໄດ້ສ້າງຕັ້ງສະມາຄົມຊາວໜຸ່ມປະຕິວັດຫວຽດນາມ; ເປີດຊຸດອົບຮົມດ້ານການເມືອງການປະຕິວັດຢູ່ ກວາງໂຈ ເພື່ອເປັນການກະກຽມໃຫ້ການເປີດຕົວ ແລະ ສ້າງຕັ້ງພັກກອມມູນິດຫວຽດນາມ. ໂດຍມີໄລຍະທີ່ເປັນນັກແປພາສາ ແລະ ຮັບໃຊ້ປະທານໂຮ່ຈີມິນ, ທ່ານ ຈາງຕີ໊ອີ, ອະດີດເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ, ໃຫ້ຂໍ້ສັງເກດວ່າ.
          “ກ່ອນທີ່ຈະສ້າງຕັ້ງພັກກອມມູນິດຫວຽດນາມ, ປະທານໂຮ່ຈີມິນ ໄດ້ສ້າງຕັ້ງສະມາຄົມຊາວໜຸ່ມປະຕິວັດຫວຽດນາມ ຢູ່ຈີນ, ນີ້ແມ່ນອົງການເພື່ອໃຫ້ປະທານໂຮ່ຈີມິນ ໂຄສະນາແນວຄິດກ້າວໜ້າ ແລະ ຈິດໃຈສູ້ຊົນໃຫ້ແກ່ການປົດປ່ອຍປະເທດຊາດ, ຍາດເອົາເອກະລາດມາໃຫ້ປະເທດຊາດໃຫ້ແກ່ໄວໜຸ່ມຫວຽດນາມ.”
          ເນື່ອງໃນໂອກາດນີ້, ເພື່ອນມິດສາກົນຫຼາຍຄົນກໍ່ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງປະທານໂຮ່ຈີມິນ. ບັນດາເພື່ອນມິດລ້ວນແຕ່ໃຫ້ຮູ້ວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມີນ, ປະຊາຊົນຫວຽດນາມ ນັບມື້ນັບມີຊີວິດທີ່ອຳໜຳສຳນານ, ມີຄວາມຜາສຸກ ແລະ ມີການພັດທະນາ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top