• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານແນວໂຮມປະເທດຊາດຫວຽດນາມ ເຈລະຈາ ກັບ ຮອງປະທານສະພາສະຫະພັນລັດເຊຍ, ປະທານພັກ ກອມມູນິດ ລັດເຊຍ

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ, ຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໂດຍທ່ານ ເຈິ່ນແທງເໝິນ ເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໜ້າ, ໄດ້ມີການພົບປະ ແລະ ເຈລະຈາ ກັບທ່ານ  Iliyas Umakhanov ປະທານສະພາສະຫະພັນລັດເຊຍ(ສະພາສູງ) ແລະ ທ່ານ Gennady Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ.

ວັນທີ 24 ກັນຍາ, ທີ່ການເຈລະຈາລະຫວ່າງ ທ່ານ ເຈິ່ນແທງເໝິນ ແລະ ທ່ານ Iliyas Umakhanov, ສອງຝ່າຍໄດ້ປຶກສາຫາລືຫຼາຍເນື້ອໃນສໍາຄັນ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ ລະຫວ່າງສອງປະເທດ; ເຫັນດີເປັນເອກະພາບ ຊອກວິທີຍົກວົງເງິນການຄ້າສອງຝ່າຍ ໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020; ສ້າງເງື່ອນໄຂສະດວກ ໃຫ້ສິນຄ້າຫວຽດນາມ ແລະ ລັດເຊຍ ສົ່ງອອກໄປຍັງຕະຫຼາດຂອງກັນແລະກັນ.

        ທີ່ການພົບປະ ແລະ ເຈລະຈາ ລະຫວ່າງ ທ່ານ ເຈິນແທງເໝິນ ແລະ ທ່ານ  Gennady Zyuganov ໃນວັນດຽວກັນ, ສອງທ່ານ ຕ່າງກໍຢັ້ງຢືນວ່າ ການພົວພັນລະຫວ່າງສອງພັກ ມີ ຄວາມໝາຍສໍາຄັນໃນການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ໂດຍລວມ ແລະ ແມ່ນພື້ນຖານການເມືອງ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດພັດທະນາດີກວ່າເກົ່າ.

 ຄະນະຜູ້ແທນ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍ ທ່ານ ເຈິ່ນແທງເໝິນ ນໍາໜ້າ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫະພັນລັດເຊຍ ຢ່າງຈົບງາມ ແລະ ເດີນທາງໄປ ຢ້ຽມຢາມ, ເຮັດວຽກຢູ່ ກູບາ.

(​ແຫຼ່ງຄັດ​ຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top