• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ Tanzania ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ຫວຽດນາມ

      ວັນທີ 01 ສິງຫາ, ທີ່ນະຄອນຫລວງ Dar Es Salaam ຂອງ Tanzania, ທ່ານ ຫງວຽນກິມແຢວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ Tanzania

ທ່ານ ຫງວຽນກິມແຢວງ ຍື່ນສານຕາຕັ້ງເຖິງທ່ານປະທານາທິບໍດີ Tanzania John Magufuli (ພາບ: ຫວຽດນາມ+)
      ໄດ້ຍື່ນສານຕາຕັ້ງເຖິງທ່ານປະທານາທິບໍດີ Tanzania John Magufuli. ທີ່ການຕ້ອນຮັບ ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Magufuli ຕີລາຄາສູງການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ຫວຽດນາມ - Tanzania. ສືບທອດຜົນສຳເລັດຂອງບໍລິສັດໂທລະຄົມ Viettel Tanzania, ທ່ານປະທານາທິບໍດີ Magufuli ປາດຖະໜາວ່າ ບັນດານັກລົງທຶນ ຫວຽດນາມ ເອົາໃຈໃສ່ເຖິງຕະຫລາດ Tanzania ແລະ ໃຫ້ຮູ້ວ່າ: ລັດຖະບານ Tanzania ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ຫວຽດນາມ ຢູ່ປະເທດນີ້.
        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນກິມແຢວງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ Tanzania ແລະ ໃນນາມສ່ວນຕົວທ່ານເອງ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເລິກເຊິ່ງກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top