• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ Donald Trump: ມາເຖິງມື້ນີ້ ທົ່ວໂລກ ພວມມີຄວາມສົນໃຈເຖິງ ຫວຽດນາມ

ຕອນບ່າຍວັນທີ 27 ກຸມພາ 2019, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານປະທານາທິບໍດີ ສ ອາເມລິກາ Donald Trump.

ຕ່າງໜ້າໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຍິນດີຕ້ອນຮັບ ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ແລະ ບັນດາການເຄື່ອນໄຫວສອງຝ່າຍກັບ ຫວຽດນາມ.

ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໃຫ້ຮູ້ວ່າ: “ນັບຕັ້ງແຕ່ເວລາມາເຖິງ ຫວຽດນາມ, ຂ້າພະເຈົ້າໄດ້ເຫັນປະເທດ ຫວຽດນາມ ມີການປ່ຽນແປງຫຼາຍຢ່າງ. ມາເຖິງມື້ນີ້ ທົ່ວໂລກພວມມີຄວາມສົນໃຈເຖິງ ຫວຽດນາມ”. 

ລົດໃຫຍ່ຖືຍີ່ຫໍ້ The Beast 2.0 ສົ່ງທ່ານປະທານາທິບໍດີ ສ ອາເມລິກາ Donald Trump ມາສຳນັກງານລັດຖະບານ. ພາບ: ຢວານເຕິນ/VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະແລກປ່ຽນຄຳຄິດຄຳເຫັນ ກັບທ່ານປະທານາທິບໍດີ ສ ອາເມລິກາ Donald Trump. ພາບ: ຖົ໋ງເຍີດ/VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກິນເຂົ້າ, ເຮັດວຽກກັບທ່ານປະທານາທິບໍດີ ສ ອາເມລິກາ Donald Trump. ພາບ: ຖົ໋ງເຍີດ/VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແນະນຳກັບທ່ານປະທານາທິບໍດີ ສ ອາເມລິກາ Donald Trump ຮູບພາບຈຳນວນໜຶ່ງກ່ຽວກັບທັດສະນີຍະພາບຂອງ ຫວຽດນາມ. ພາບ: ຖົ໋ງເຍີດ/ VNA

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລກປ່ຽນຄຳຄິດຄຳເຫັນ. ພາບ: ຖົ໋ງເຍີດ/ VNA

ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ສະແດງຄວາມມຸ່ງຫວັງ ກອງປະຊຸມສຸດຍອດ ສ ອາເມລິການ-ສປປ ເກົາຫຼີ ຄັ້ງທີ 2 ທີ່ໄຂຂຶ້ນຢູ່ ຮ່າໂນ້ຍ ຈະສຳເລັດຢ່າງຈົບງາມ. ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ຕີລາຄາສູງຕໍ່ວຽກງານກະກຽມຂອງ ຫວຽດນາມ ໃຫ້ແກ່ກອງປະຊຸມຄັ້ງນີ້.
ປະຕິບັດໂດຍ: VNA/VNP


Top