• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ສ ເກົາຫຼີ ໄປປະຕິບັດງານຢູ່ ອັງກິດ ແລະ ຝລັ່ງ

ທ່ານປະທານາທິບໍດີ Yoon Suk Yeol ຈະພົບປະກັບບັນດາ ຜູ້ຕາງໜ້າທີ່ມາຈາກບັນດາປະເທດສະມາຊິກຂອງກົມວາງສະແດງສາກົນ, ອົງການຮັບ ຜິດຊອບຕິດຕາມກວດກາງານຕະຫຼາດນັດວາງສະແດງສາກົນ (World Expo)
  ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ແລະ ພັນລະຍາ (ພາບ: YONHAP/TTXVN)  

ວັນທີ 20 ພະຈິກ, ທ່ານປະທານາທິບໍດີ ສ ເກົາຫຼີ Yoon Suk Yeol ໄດ້ເລີ່ມຕົ້ນການໄປປະຕິບັດງານແກ່ຍາວເປັນເວລາໜຶ່ງອາທິດຢູ່ ອັງກິດ ແລະ ຝລັ່ງ.

ຕາມແຜນການແລ້ວ, ທ່ານ Yoon Suk Yeol  ໄປ ອັງກິດ ຢ້ຽມຢາມທາງລັດຖະກິດເນື່ອງໃນໂອກາດສະເຫຼີມສະຫຼອງ 140 ປີແຫ່ງການພົວພັນສອງຝ່າຍ, ຫຼັງຈາກນັ້ນຈະໄປຍັງ ຝລັ່ງ ປະຕິບັດບັ້ນເຄື່ອນໄຫວ ຂົນຂວາຍທາງການທູດເພື່ອຍາດໄດ້ສິດເປັນເຈົ້າພາບຈັດງານຕະຫຼາດນັດວາງສະແດງສາກົນ 2030 ຢູ່ Busan. ການໄປປະຕິບັດງານຂອງທ່ານປະທານາທິບໍດີ Yoon Suk Yeol ໄປຍັງ ລອນດອນ ແກ່ຍາວເປັນເວລາ 4 ວັນ, ຕາມຄຳເຊີນຂອງເຈົ້າຊີວິດ Charles III.

ຢູ່ປະເທດ ຝລັ່ງ, ທ່ານປະທານາທິບໍດີ Yoon Suk Yeol ຈະພົບປະກັບບັນດາ ຜູ້ຕາງໜ້າທີ່ມາຈາກບັນດາປະເທດສະມາຊິກຂອງກົມວາງສະແດງສາກົນ, ອົງການຮັບ ຜິດຊອບຕິດຕາມກວດກາງານຕະຫຼາດນັດວາງສະແດງສາກົນ (World Expo), ໃນຂັ້ນຕອນຂົນວາຍສຸດທ້າຍກ່ອນທີ່ຈະປ່ອນບັດເລືອກຕັ້ງປະເທດເຈົ້າພາບຈັດເຫດການໃນປີ 2030. ການປ່ອນບັດເລືອກຕັ້ງນະຄອນເຈົ້າພາບຈະຈັດຂຶ້ນໃນວັນທີ 28 ພະຈິກ. ນີ້ແມ່ນການແຂ່ງຂັນລະຫວ່າງ 3 ນະຄອນ (Busan ຂອງ ສ ເກົາຫຼີ, Riyadh ຂອງ Saudi Arabia ແລະ Rome ຂອງ ອີຕາລີ)

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

Top