• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ສ.ເກົາຫຼີ ປະກາດໝາກຜົນແຫ່ງການພົບປະກັບການນຳ ສປປ.ເກົາຫຼີ

      ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃຫ້ຮູ້ວ່າ: ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຢືນຢັນຄືນໃໝ່ ຄວາມຕັດສິນໃຈປອດນິວເຄຼຍ ແລະ ດຳເນີນການພົບປະສຸດຍອດກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ພົບປະກັບການນຳ ສປປ.ເກົາຫຼີ Kim Jong-un (ພາບ: CNN)
      ທ່ານປະທານາທິບໍດີ ສ.ເກົາຫຼີ ຍົກອອກຄຳປະກາດດັ່ງກ່າວ ທີ່ການປະຊຸມຂ່າວໄດ້ອອກອາກາດທາງໂທລະພາບໃນທົ່ວປະເທດກ່ຽວກັບເນື້ອໃນການພົບປະກ່ອນນັ້ນຂອງທ່ານກັບການນຳ ສປປ.ເກົາຫຼີ ເມື່ອວັນທີ 26 ພຶດສະພາ. ທ່ານປະທານາທິບໍດີ Moon Jae-in ຊີ້ແຈ້ງວ່າ: “ທ່ານປະທານ Kim Jong-un ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາຂອງທ່ານແມ່ນ ປອດນິວເຄຼຍຢູ່ແຫຼມ ເກົາຫຼີ ຢ່າງສີ້ນເຊີງ ພາຍຫລັງທີ່ໄດ້ໃຫ້ຄຳໝັ້ນສັນຍາສິ່ງດັ່ງກ່າວໃນຖະແຫຼງການ ປານມູນຈອມ, ພ້ອມທັງສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະຢຸດຕິສົງຄາມປະຫວັດສາດ ແລະ ການສູ້ຢັນ ໂດຍຜ່ານການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ”. ທ່ານປະທານາທິບໍດີ ສ.ເກົາຫຼີ ກໍ່ຢືນຢັນວ່າ: ໃນການພົບປະລະຫວ່າງທ່ານ ແລະ ການນຳ ສປປ.ເກົາຫຼີ Kim Jong-un, 2 ຝ່າຍໄດ້ “ເຫັນດີເປັນເອກະພາບວ່າ ການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໃນວັນທີ 12 ມິຖຸນາ ຈະມາເຖິງ ຕ້ອງໄດ້ຈັດຕັັ້ງສຳເລັດ”.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ.

Top