• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ຄົນໃໝ່ຂອງ ບຣາຊີນ ສາບານຕົວດໍາລົງຕໍາແໜ່ງ

ທ່ານ Bolsonaro ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດບັນດາຫຼັກການປະຊາທິປະໄຕ, ເດັດດ່ຽວປາບປາມການສໍ້ລາດບັງຫຼວງ, ອາດຊະຍາກໍາ ແລະ ປັບປຸງພື້ນຖານເສດຖະກິດໃຫ້ດີຂຶ້ນ.

ທ່ານ Jair Bolsonaro ທີ່ພິທີສາບານຕົວດໍາລົງຕໍາແໜ່ງ (ພາບ: Reuters)

ທ່ານ Jair Bolsonaro ໄດ້ຮັບດໍາລົງຕໍາແໜ່ງເປັນປະທານາທິບໍດີ ບຣາຊີນ ຄົນໃໝ່ ຢ່າງເປັນທາງການນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ, ຢູ່ສໍານັກງານສະພາແຫ່ງຊາດ ທີ່ນະຄອນຫຼວງ Brasilia. ເມື່ອກ່າວຄໍາເຫັນ ຕໍ່ສະພາແຫ່ງຊາດ ພາຍຫຼັງໄດ້ຮັບດໍາລົງຕໍາແໜ່ງ, ທ່ານ Bolsonaro ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດບັນດາຫຼັກການປະຊາທິປະໄຕ, ເດັດດ່ຽວປາບປາມການສໍ້ລາດບັງຫຼວງ, ອາດຊະຍາກໍາ ແລະ ປັບປຸງພື້ນຖານເສດຖະກິດໃຫ້ດີຂຶ້ນ.

        ກ່ອນໜ້ານັ້ນ, ວັນທີ 27 ທັນວາ 2018, ລັດຖະບານໃໝ່ຂອງ ທ່ານ Bolsonaro ໃຫ້ຮູ້ ວ່າ ຈະກໍານົດຢ່າງຈະແຈ້ງບັນດານະໂຍບາຍບຸລິມະສິດ ພາຍໃນ 10 ວັນ ພາຍຫຼັງທີ່ເຂົ້າ ເຄື່ອນໄຫວ. ຕໍ່ຈາກນັ້ນ ກໍຈະພິຈາລະນາບັນດາຂໍ້ຕົກລົງທັງໝົດ ທີ່ໄດ້ຍົກອອກມາໃນ 2 ເດືອນສຸດທ້າຍ ພາຍໃຕ້ອໍານາດການປົກຄອງຂອງທ່ານປະທານາທິບໍດີ Michel Temer.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top