• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີອາເມລິກາ Biden ເຊັນລັດຖະດຳລັດກູ້ຊ່ວຍເສດຖະກິດ 2 ສະບັບ

      ວັນທີ 22 ມັງກອນ, ປະທານາທິບໍດີອາເມລິກາ Joe Biden ໄດ້ເຊັນລັດຖະດຳລັດສບໍລິຫານ 2 ສະບັບ.
ປະທານາທິບໍດີອາເມລິກາ Joe Biden ເຊັນລັດຖະດຳລັດຢູ່ທຳນຽບຂາວເມື່ອວັນທີ 21/1/2021 ( ພາບ: AFP/TTXVN)
      ສະບັບທີ 1 ກ່ຽວຂ້ອງເຖິງການເປີດກ້ວາງ ການໜູນຊ່ວຍສະບຽງອາຫານໃຫ້ແກ່ຊາວອາເມລິກາ ຜູ້ມີລາຍຮັບຕ່ຳ ແລະ ຊຸກຍູ້ການເພີ່ມລະດັບເງິນເດືອນພື້ນຖານໃຫ້ແກ່ພາລະກອນສະຫະລັດ. ຕາມນັ້ນແລ້ວ, ກະຊວງກະສິກຳອາເມລິກາ ຈະພິຈາລະນາດຳເນີນບັນດາມາດຕະການໂດຍທັນທີ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກກ່ວາໝູ່ ໄດ້ຮັບການໜູນຊ່ວຍດ້ານໂພສະນາການ ແລະ ສະບຽງອາຫານຫຼາຍກ່ວາອີກ. ທ່ານປະທານາທິບໍດີອາເມລິກາ Joe Biden ຖືວ່າ ລັດຖະບານຕ້ອງມີການກະທຳ “ເດັດຂາດ ແລະ ຫານກ້າ” ເພື່ອໜູນຊ່ວຍຊາວອາເມລິກາ ຜູ້ທີ່ບໍ່ມີວຽກເຮັດງານທຳ ແລະ ປະສົບກັບຄວາມຫຍຸ້ງຍາກໃນຊີວິດປະຈຳວັນ. ໄລ່ຮອດຕົ້ນເດືອນມັງກອນປີ 2021, ມີຊາວອາເມລິກາ ເກືອບ 16 ລ້ານຄົນບໍ່ມີວຽກເຮັດງານທຳຍ້ອນໂລກລະບາດ ຊື່ງໄດ້ເຮັດໃຫ້ຫຼາຍຄອບຄົວປະສົບກັບຄວາມຫຍຸ້ງຍາກ.
   ໃນລັດຖະດຳລັດສະບັບທີ 2 ທ່ານ Joe Biden ໄດ້ຟື້ນຟູສິດເຈລະຈາລວມໝູ່ ແລະ ປົກປ້ອງບັນດາພາລະກອນສະຫະລັດ.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top