• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີອາເມລິກາປະກາດນະໂຍບາຍໃໝ່ສຳລັບກູບາ

      ໃນຂໍ້ຕົກລົງທີ່ໄດ້ຮັບຖືວ່າແມ່ນບາດກ້າວຖອຍຫຼັງໃນທ່າອ່ຽງພັດທະນາຂອງການພົວພັນ 2 ຝ່າຍໃນໄລຍະຜ່ານມາ, ວັນທີ 16 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ປະກາດການປ່ຽນແປງບາງຢ່າງໃນນະໂຍບາຍຂອງອາເມລິກາ ສຳລັບກູບາ.

ທ່ານປະທານາທິບໍດີ Donald Trump
(ພາບປະກອບ: Reuters)
      ຕາມນັ້ນແລ້ວ, ທ່ານປະທານາທິບໍດີ Donald Trump ຖະແຫຼງຍົກເລີກ “ນະໂຍບາຍສົ້ນດຽວ” ກັບກູບາ ຈາກສະໄໝອະດີດປະທານາທິບໍດີອາເມລິກາ Barack Obama ແລະ ຂໍ້ຕົກລົງດັ່ງກ່າວຈະມີຜົນສັກສິກໂດຍທັນທີ. ອາເມລິກາ ໄດ້ຮັດແໜ້ນບັນດາຂໍ້ກຳນົດກ່ຽວກັບການໄປມາ, ຫ້າມພົນລະເມືອງອາເມລິກາ ທຳມາຫາກິນກັບບໍ່ວ່າວິສາຫະກິດແຫ່ງລັດໃດ ມີການພົວພັນກັບກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບກູບາ, ຢຸດຕິທຸກການພົວພັນແລກປ່ຽນປະຊາຊົນ ແລະ ພຽງອະນຸຍາດໃຫ້ດຳເນີນບັນດາການຢ້ຽມຢາມຍາດຕິພີ່ນ້ອງ. ນະໂບາຍໃໝ່ຂອງທ່ານປະທານາທິບໍດີ Donald Trump ຍັງສືບຕໍ່ຮັກສາການພົວພັນທາງການທູດລະຫວ່າງ 2 ປະເທດ, ຮັກສາການເຄື່ອນໄຫວຂອງສະຖານທູດ 2 ປະເທດ, ກໍ່ຄືອະນຸຍາດໃຫ້ບັນດາບໍລິສັດການບິນ ແລະ ຂົນສົ່ງທາງທະເລຂອງອາເມລິກາ ຂຸດຄົ້ນການບໍລິການເຖິງປະເທດເກາະ Caribe ນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top